ຕວັກກີຖອນທະຫານອອກຈາກ NATO ພາຍຫຼັງຖືກລະບຸວ່າເປັນ "ສັດຕູ" - ອິດສະຫຼະ

ຕວັກກີຖອນທະຫານອອກຈາກ NATO ພາຍຫຼັງຖືກລະບຸວ່າເປັນ "ສັດຕູ"



ສຳນັກຂ່າວຕ່າງປະເທດລາຍງານ 18 ພະຈິກ 2017 ວ່າ: ລັດຖະບານຕວັກກີຖອນທະຫານອອກຈາກການຊ້ອມຮົບຮ່ວມກັບພັນທະມິດອົງການ NATO ພາຍຫຼັງທີ່ມີການລະບຸວ່າທ່ານ ມຸດສະຕາຟາ ເຄມານ ອະຕາເຕິກ ໜຶ່ງໃນຜູ້ກໍ່ຕັ້ງປະເທດຕວັກກີ ແລະ ທ່ານ ເຣເຊັບ ເທຢິບ ເອີໂດກັນ ປະທານປະເທດຄົນປັດຈຸບັນ "ເປັນສັດຕູ"


ໂດຍ ທ່ານ ເຈນ ສະໂຕລເທນເບີກ ເລຂາທິການອົງການສົນທິສັນຍາອາກລັງຕິກເໜືອ ຫຼື NATO ຖະແຫຼງເມື່ອວັນສຸກທີ່ຜ່ານມາ ຂໍໂທດ ແລະ ຂໍອະໄພຢ່າງສູງສຸດຕໍ່ຕວັກກີ ຕໍ່ກັບຄວາມຜິດພາດຢ່າງຮ້າຍແຮງ ທີ່ເກີດຂຶ້ນລະຫວ່າງການຊ້ອມຮົບປະຈຳປີຮ່ວມກັນຂອງບັນດາປະເທດພັນທະມິດ NATO ທີ່ເມືອງສະຕາແວນເຈີ ທາງພາກຕາເວັນຕົກສຽງໃຕ້ຂອງນອກແວ ແລະ ຢືນຢັນວ່າເຫດການທີ່ເກີດຂຶ້ນເປັນ "ການທະກຳສ່ວນບຸກຄົນ" ແລະ ບໍ່ໄດ້ສະທ້ອນຈຸດຢືນຂອງ NATO ໃນພາບລວມ, ໃນດ້ານຂອງທ່ານ ແຟຼງ ບັກເຄ-ເຈນເຊນ ລັດຖະມົນຕີກະຊວງປ້ອງກັນປະເທດນອກແວ ຮ່ວມຖະແຫຼງສະແດງຄວາມເສຍໃຈເປັນຢ່າງຍິງ ແລະ ຂໍໂທດລັດຖະບານຕວັກກີຢ່າງຈິງໃຈດ້ວຍ.

ທ່າທີດັ່ງກ່າວຂອງເລຂາທິການ NATO ແລະ ລັດຖະບານນອກແວເກີດຂຶ້ນ ເມື່ອທ່ານ ເຣເຊັບ ເທຢິບ ເອີໂດກັນ ມີຄຳສັ່ງໃຫ້ທະຫານຕວັກກີເຊິ່ງຮ່ວມກິດຈະກຳໃນຄັ້ງນີ້ປະມານ 40 ຄົນ ເດີນທາງກັບປະເທດທັນທີ ພາຍຫຼັງທີ່ພົນເອກ ຮູລູຊີ ອາຄາ ຜູ້ບັນຊາການທະຫານສູງສຸດຂອງຕວັກກີ ແລະ ກະຊວງການຕ່າງຂອງຕວັກກີ ໄດ້ເຜີຍແຜ່ພາບຫຼັກຖານວ່າ NATO ໃຊ້ພາບຂອງທ່ານ ມຸດສະຕາຟາ ເຄມານ ອະຕາເຕິກ ບຸກຄົນສຳຄັນໃນປະຫວັດສາດຂອງຕວັກກີໃນຖານະເປັນຜູ້ກໍ່ຕັ້ງປະເທດວ່າເປັນ "ຫົວໜ້າຝ່າຍສັດຕູ" ຂອງການເຝິກຊ້ອມຮົບ ແລະ ມີການສ້າງບົດສົນທະນາຈຳລອງທີ່ລະບຸຊື່ທ່ານ ເອີໂດກັນ ຢ່າງເປີດເຜີຍວ່າເປັນ "ຜູ້ນຳລັດຖະບານຝ່າຍສັດຕູ".

ເຊິ່ງຕັວກກີ ຖືເປັນໜຶ່ງໃນປະເທດສະມາຊິກຂອງ NATO ທີ່ເຂົ້າຮ່ວມເມື່ອປີ 1952 ຖືເປັນລັດສະມາຊິກທີ່ມີກອງທັບຂະໜາດໃຫຍ່ທີ່ສຸດເປັນອັນດັບ 2 ຮອງຈາກສະຫະລັດ, ເຖິງຢ່າງໃດກໍ່ຕາມ NATO ຫຼາຍປະເທດໂດຍສະເພາະສະຫະລັດມີຄວາມເປັນຫ່ວງເພີ່ມຕໍ່ຕວັກກີ ເມື່ອລັດຖະບານຕວັກກີບັນລຸຂໍ້ຕົກລົງຊື້ລະບົບປ້ອງກັນຂີປະນາວຸດ S-400 ຈາກລັດເຊຍເມື່ອກາງປີທີ່ຜ່ານມາ.



No comments

Powered by Blogger.