ເຮືອດຳນ້ຳກອງທັບອາກຊັງຕິນສູນຫາຍ ພ້ອມລູກເຮືອອີກ 44 ຄົນ ໃນມະຫາສະໝຸດອາກລັງຕິກ - ອິດສະຫຼະ

ເຮືອດຳນ້ຳກອງທັບອາກຊັງຕິນສູນຫາຍ ພ້ອມລູກເຮືອອີກ 44 ຄົນ ໃນມະຫາສະໝຸດອາກລັງຕິກ



ສຳນັກຂ່າວຕ່າງປະເທດລາຍງານ 18 ພະຈິກ 2017 ວ່າ: ກອງທັບເຮືອອາກຊັງຕິນອອກຖະແຫຼງການເມື່ອວັນສຸກທີ່ຜ່ານມາວ່າ: ເຮືອດຳນ້ຳ ARA San Juan ພ້ອມລູກເຮືອ 44 ຄົນ ໄດ້ຂາດການຕິດຕໍ່ໄປແລ້ວບໍ່ຕ່ຳກວ່າ 48 ຊົ່ວໂມງ ຫຼື ຕັ້ງແຕ່ວັນພຸດທີ່ຜ່ານຕາມເວລາທ້ອງຖິ່ນ ໂດຍເຮືອດຳນ້ຳ ARA San Juan ເປັນເຮືອປະເພດ TR-1700 class sub ແລະ ຢູ່ລະຫວ່າງການເດີນທາງກັບຈາກເມືອງອູຊົວຢາ ທີ່ຢູ່ພາກໃຕ້ຂອງປະເທດ ມາຍັງຖານທັບໃນເມືອງ ມາ ເດ ປຼາຕາ ທີ່ຢູ່ພາກກາງຂອງປະເທດ.

ໂຄສົກຂອງກອງທັບອາກຊັງຕິນກ່າວວ່າ: ກອງທັບເຮືອໄດ້ລະດົມກຳລັງຄົ້ນຫາທັງທາງນ້ຳ ແລະ ທາງອາກາດ ແຕ່ຕ້ອງພົບກັບອຸປະສັກຈາກສະແສລົມແຮງ ແລະ ຄື້ນສູງ, ເຊິ່ງພາລະກິດການຄົ້ນຫາແມ່ນເລີ່ມຈາກຈຸດສະແດງສະຖານະສຸດທ້າຍຂອງເຮືອດຳນ້ຳ ທີ່ຢູ່ຫ່າງຈາກແຫຼມວັນເດ ໄປທາງຕາເວັນອອກສຽງໃຕ້ຂອງປະເທດປະມານ 430 ກິໂລແມັດ ແຕ່ບໍ່ພົບຮອງຮອຍທີ່ເປັນປະໂຫຍດ, ຂະນະທີ່ໂຄສົກກອງທັບເຮືອອາກຊັງຕິນປະຕິເສດລາຍງານຂອງສື່ຫຼາຍແຫ່ງ ທີ່ລະບຸວ່າເກີດໄຟໄໝ້ພາຍໃນເຮືອ, ເພາະໂດຍປົກກະຕິຖ້າເຮືອດຳນ້ຳມີບັນຫາເລື່ອງການຕິດຕໍ່ສື່ສານ ຕາມລະບຽບການຂອງກອງທັບເຮືອທີ່ກຳນົດໄວ້ແມ່ນຕ້ອງໃຫ້ຂຶ້ນສູ່ຜິວນ້ຳທັນທີ.

ອາກຊັງຕິນໄດ້ຕອບຮັບການສະເໜີຊ່ວຍຄົ້ນຫາຈາກສະຫະລັດ ອາເມຣິກາແລ້ວ ນອກຈາກນີ້ຍັງມີອີກຫຼາຍປະເທດທີ່ສະເໜີໃຫ້ການຊ່ວຍເຫຼືອຢ່າງເປັນທາງການແລ້ວເຊັ່ນ: ບຣາຊິນ, ອູຣູກວາຍ, ຊີເລ, ເປຣູ, ອັງກິດ ແລະ ອາຟຣິກາໃຕ້.


ປັດຈຸບັນເຮືອ ARA San Juan ຖືເປັນເຮືອດຳນ້ຳ 1 ໃນ 3 ລຳຂອງກອງທັບອາກຊັງຕິນ ສ້າງໂດຍບໍລິສັດ Thyssen Nordseewerke ຂອງເຢຍລະມັນ ໃນປີ 1983, ໂດຍມີປະຫວັດການປັບປຸງຄັ້ງໃຫຍ່ມາແລ້ວ 2 ຄັ້ງ ຄືໃນປີ 2007 ແລະ 2014 ເພື່ອຕໍ່ອາຍຸການໃຊ້ງານອອກໄປອີກປະມານ 30 ປີ.



No comments

Powered by Blogger.