ກຳປູເຈຍກ່າວວ່າ "ສ.ອາເມຣິກາ" ຄືຫົວໜ້າແກ້ງທີ່ຈະລົ້ມລ້າງອຳນາດລັດຖະບານ - ອິດສະຫຼະ

ກຳປູເຈຍກ່າວວ່າ "ສ.ອາເມຣິກາ" ຄືຫົວໜ້າແກ້ງທີ່ຈະລົ້ມລ້າງອຳນາດລັດຖະບານ



ສຳນັກຂ່າວຕ່າງປະເທດລາຍງານ 18 ພະຈິກ 2017 ວ່າ: ທ່ານ ສົກ ອີສານ ໂຄສົກພັກປະຊາຊົນກຳປູເຈຍ (CPP) ເຊິ່ງເປັນພັກລັດຖະບານພາຍໃຕ້ການນຳພາຂອງສົມເດັດ ຮຸນ ເຊນ ກ່າວເຖິງການທີ່ສະຫະລັດ ອາເມຣິກາ ແລະ ສະຫະພາບເອີຣົບ (EU) ວິຈານສະຖານະການທາງການເມືອງພາຍໃນຂອງກຳປູເຈຍ ແລະ ຂົ່ມຂູ່ຈະລະງັບການຊ່ວຍເຫຼືອໃນຫຼາຍດ້ານ ວ່າກຳປູເຈຍຍັງມີຄວາມສຳພັນກັບລັດເຊຍ, ຈີນ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ເຊິ່ງພ້ອມຈະໃຫ້ການຊ່ວຍເຫຼືອລັດຖະບານກຳປູເຈຍໃນການເດີນໜ້າບົນເສັ້ນທາງປະຊາທິປະໄຕຕໍ່ໄປ, ຂະນະດຽວກັນ ໂຄສົກພັກ CPP ຮຽກລັດຖະບານສະຫະລັດວ່າເປັນ "ຫົວໜ້າແກ້ງ" ຂອງພັກກູ້ຊາດກຳປູເຈຍ (CNRP) ໃນການພະຍາຍາມລົ້ມລ້າງອຳນາດລັດ.

ເຊິ່ງທຳນຽບຂາວກໍ່ໄດ້ອອກຖະແຫຼງການ ພາຍຫຼັງທີ່ສານໃນນະຄອນຫຼວງພະນົມເປັນພິພາກສາໃຫ້ຍຸບພັກ CNRP ວ່າເປັນ ການເສື່ອມຖອຍຂອງລະບອບປະຊາທິປະໄຕໃນກຳປູເຈຍ ແລະ ຮຽກຮ້ອງໃຫ້ສົມເດັດຮຸນ ເຊນ ຖອດຖອນມາດຕະການທັງໝົດຕໍ່ພັກ CNRP ທີ່ລວມທັງການຂໍໃຫ້ປ່ອຍຕົວທ່ານ ເຂັມ ສຸຂາ ຫົວໜ້າພັກ CNRP ທີ່ຖືກຈັບເມື່ອເດືອນກັນຍາ ທີ່ຜ່ານມາ ໃນຂໍ້ຫາວ່າເປັນ "ກະບົດ" ພ້ອມທັງເຕືອນວ່າ ລັດຖະບານສະຫະລັດກຽມໃຊ້ມາດຕະການຕໍ່ຄະນະກຳມະການເລືອກຕັ້ງຂອງກຳປູເຈຍ ເຊິ່ງເປັນສັນຍານທີ່ບົ່ງບອກວ່າ ອາດຈະບໍ່ຍອມຮັບຜົນການເລືອກຕັ້ງທົ່ວໄປຂອງກຳປູເຈຍ ທີ່ຈະຈັດຂຶ້ນເດືອນກໍລະກົດ ປີໜ້າ, ໃນຂະນະທີ່ EU ເຕືອນວ່າການຮ່ວມມືທາງເສດຖະກິດລະຫວ່າງສອງຝ່າຍອາດໄດ້ຮັບຜົນກະທົບຈາກກໍລະນີດັ່ງກ່າວ.

ສຳລັບພັກ CNRP ຮຽກໄດ້ວ່າເປັນພັກຝ່າຍຄ້ານຢ່າງເປັນທາງການພຽງພັກດຽວຂອງກຳປູເຈຍ ສ້າງຕັ້ງເມື່ອປີ 2012 ໂດຍທ່ານ ສົມ ຣັງສີ ແລະ ທ່ານ ເຂັມສຸຂາ ແລະ ໄດ້ຮັບຄວາມນິຍົມຈາກປະຊາຊົນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈົນສາມາດເກືອບເອົາຊະນະພັກ CPP ໄດ້ໃນການເລືອກຕັ້ງທົ່ວໄປເມື່ອປີ 2013 ແລະ ສາມາດເຮັດຜົນງານໄດ້ເປັນຢ່າງດີ ໃນການເລືອກຕັ້ງທ້ອງຖິ່ນເມື່ອເດືອນມິຖຸນາ ທີ່ຜ່ານມາ.

No comments

Powered by Blogger.