ສົມເດັດ ຮຸນ ເຊນ ຖະແຫຼງທຸກຢ່າງເປັນໄປຕາມຂະບວນການ ແລະ ຂໍໃຫ້ຢູ່ໃນຄວາມສະຫງົບ - ອິດສະຫຼະ

ສົມເດັດ ຮຸນ ເຊນ ຖະແຫຼງທຸກຢ່າງເປັນໄປຕາມຂະບວນການ ແລະ ຂໍໃຫ້ຢູ່ໃນຄວາມສະຫງົບ



ສຳນັກຂ່າວຕ່າງປະເທດລາຍງານ 18 ພະຈິກ 2017 ວ່າ: ສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ຖະແຫຼງປົກປ້ອງຄຳພິພາກສາຂອງສານເມື່ອວັນທີ 16 ພະຈິກ 2017 ທີ່ຜ່ານມາ, ໂດຍໄດ້ກ່າວວ່າ ທ່ານຢາກໃຫ້ບັນດາປະເທດເພື່ອນມິດເຂົ້າໃຈວ່າ ຄຳພິພາກສາຂອງສານເປັນການບັງຄັບໃຊ້ກົດໝາຍຂອງປະເທດ ແລະ ການຍຸບພັກກູ້ຊາດກຳປູເຈຍ ຫຼື CNRP ບໍ່ໄດ້ທຳລາຍລະບົບຫຼາຍພັກການເມືອງຕາມລັດຖະທຳມະນູນ ລວມທັງຂໍໃຫ້ປະຊາຊົນຢູ່ໃນຄວາມສະຫງົບ ແລະ ດຳເນີນຊີວິດຕາມປົກກະຕິ.

ຄຳຖະແຫຼງຂອງຜູ້ນຳກຳປູເຈຍເກີດຂຶ້ນພາຍຫຼັງທີ່ຜູ້ພິສາດສາມີຄຳສັ່ງໃຫ້ຍຸບພັກ CNRP ແລະ ຕັດສິດແກນນຳພັກ 118 ຄົນໃນການຮັບຕຳແໜ່ງທາງການເມືອງເປັນເວລາ 5 ປີ, ໂດຍມີຜົນບັງຄັບໃຊ້ທັນທີ ເນື່ອງມາຈາກຄວາມຜິດຖານສົມຮູ້ຮ່ວມຄິດກັບຊາວຕ່າງປະເທດ ເພື່ອວ່າງແຜນໂຄ່ນລົ້ມອຳນາດລັດຖະບານ.

ສົມເດັດ ຮຸນ ເຊນ ໃຫ້ຄວາມໝັ້ນໃຈວ່າ ລັດຖະບານຍັງປົກປ້ອງລະບົບປະຊາທິປະໄຕແບບຫຼາຍພັກການເມືອງ ແລະ ການເລືອກຕັ້ງທົ່ວໄປໃນປີໜ້າ ຈະຈັດຂຶ້ນໂດຍຄະນະກຳມະການການເລືອກຕັ້ງທີ່ມີຄວາມເປັນອິດສະຫຼະ ພ້ອມກັບກ່າວຢ້ຳອີກຄັ້ງເພື່ອສະເໜີໃຫ້ສະມາຊິກພັກ CNRP ທີ່ໄດ້ຮັບເລືອກຕັ້ງຍ້າຍເຂົ້າມາພັກປະຊາຊົນກຳປູເຈຍ ຫຼື CPP ທີ່ນຳໂດຍສົມເດັດ ຮຸນ ເຊນ.

ເຖິງຢ່າງໃດກໍ່ຕາມ ພັກ CNRP ຢືນຢັນບໍ່ຍອມຮັບຄຳຕັດສິນຂອງສານ ພ້ອມທັງກ່າວວ່າເປັນການປົ້ນສິດສຽງຂອງປະຊາຊົນ ແລະ ເປັນການຍຶດສຽງໃນສະພາ 55 ສຽງ ທີ່ຕ້ອງຖືກປົດໄປຕາມການຍຸບພັກ, ສ່ວນທ່ານ ນາງ ມູ ໂຊຊົວ ຮອງຫົວໜ້າພັກ CNRP ກໍ່ໄດ້ໜີອອກນອກປະເທດໄປຍັງປະເທດອັງກິດ ແລະ ກ່າວວ່າ ການຍຸບພັກ CNRP ຖືເປັນການສິ້ນສຸດຂອງລະບອບປະຊາທິປະໄຕທີ່ແທ້ຈິງໃນກຳປູເຈຍ ແລະ ການເລືອກຕັ້ງທີ່ບໍ່ມີພັກ CNRP ກໍ່ບໍ່ມີຄວາມໝາຍ ນອກຈາກນີ້ທ່ານ ນາງ ຍັງຢືນຢັນວ່າພັກຈະຕໍ່ສູ້ ແລະ ທ້າທາຍຄຳສັ່ງທີ່ໃຫ້ຢູ່ໃນຄວາມສະຫງົບ.


No comments

Powered by Blogger.