ຍົນຖິ້ມລະເບີດລຸ້ນໃໝ່ Tu-160M2 ຂອງລັດເຊຍ ອອກຈາກໂຮງຜະລິດໃຫ້ເຫັນແລ້ວ (ວິດີໂອ) - ອິດສະຫຼະ

ຍົນຖິ້ມລະເບີດລຸ້ນໃໝ່ Tu-160M2 ຂອງລັດເຊຍ ອອກຈາກໂຮງຜະລິດໃຫ້ເຫັນແລ້ວ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 18 ພະຈິກ 2017 ວ່າ: ລັດເຊຍໄດ້ເຜີຍແຜ່ພາບຍົນຖິ້ມລະເບີດທາງຍຸດທະສາດແບບ Tu-160M2 ທີ່ຖືກນຳອອກມາຈາກສາຍການຜະລິດ ຢູ່ໂຮງງານ Kazan Aviation ຂອງບໍລິສັດ United Aircraft Corporation ຫຼື UAC.


ຍົນຖິ້ມລະເບີດແບບ Tu-160M2 ມີລັກສະນະຄືກັບລຸ້ນອ້າຍ Tu-160 Blackjack ທີ່ອອກແບບມາໃຫ້ມີລັກສະນະກວດຈັບດ້ວຍເຣດາໄດ້ຍາກ ປີກສາມາດພັບຫຸບໄດ້ ຄ້າຍກັບຍົນຖິ້ມລະເບີດທາງຍຸດທະສາດ B-1B Lancer ຂອງກອງທັບສະຫະລັດ ອາເມຣິກາ, ໂດຍໃນລຸ້ນໃໝ່ນີ້ທາງລັດເຊຍໄດ້ເພີ່ມລະບົບ Avionics ທີ່ຊ່ວຍໃນການເດີນອາກາດ, ການສື່ສານ, ກວດຈັບ ແລະ ນຳລ່ອງໃໝ່ ແລະ ລະບົບອິເລັກໂຕຼນິກລຸ້ນໃໝ່ ລວມທັງສາມາດບັນທຸກອາວຸດລຸ້ນໃໝ່ໆ ແລະ ເຄື່ອງຈັກແບບໃໝ່ Kuznetsov NK-32 series 02 ທີ່ມີແຮງຂັບເຄື່ອນເພີ່ມຂຶ້ນ.


ໂຄງການຍົນຖິ້ມລະເບີດ Tu-160M2 ປະກາດສູ່ສາທາລະນະເມື່ອເດືອນ ເມສາ 2015 ໂດຍມີກຳນົດການຂຶ້ນບິນຄັ້ງທຳອິດໃນປີ 2019 ຫຼັງຈາກເປີດສາຍການຜະລິດຢ່າງເປັນທາງການແລ້ວ ໂດຍກະຊວງປ້ອງກັນປະເທດລັດເຊຍມີຄວາມຕ້ອງການຍົນຖິ້ມລະເບີດແບບ Tu-160M2 ເຈົ້າປະຈຳການທັງໝົດ 50 ລຳ.


Tu-160 Blackjack ລຸ້ນອ້າຍຂອງ Tu-160M2


No comments

Powered by Blogger.