(ວິດີໂອ) ຄົບຮອບ 103 ປີ ກອງບິນໄລຍະໄກກອງທັບລັດເຊຍ 1914-2017 - ອິດສະຫຼະ

(ວິດີໂອ) ຄົບຮອບ 103 ປີ ກອງບິນໄລຍະໄກກອງທັບລັດເຊຍ 1914-2017



23 ທັນວາ ຖືເປັນວັນສ້າງຕັ້ງກອງບິນໄລຍະໄກຂອງກອງທັບລັດເຊຍ ເຊິ່ງປີນີ້ 2017 ແມ່ນຄົບຮອບ 103 ປີ ຂອງການສ້າງຕັ້ງທີ່ນັບມາຕັ້ງແຕ່ວັນທີ 23 ທັນວາ 1914, ໃນໂອກາດດັ່ງກ່າວກະຊວງປ້ອງກັນປະເທດລັດເຊຍໄດ້ເຜີຍແຜ່ວິດີໂອການປະຕິບັດພາລະກິດຂອງກອງບິນດັ່ງກ່າວ ເພື່ອເປັນການສະເຫຼີມສະຫຼອງວັນຄົບຮອບ.



ກອງບິນໄລຍະໄກຂອງກອງທັບລັດເຊຍສ້າງຕັ້ງມາຕັ້ງແຕ່ສະໄໝສົງຄາມໂລກ ຄັ້ງທີ I ແລະ ໃນສົງຄາມໂລກ ຄັ້ງທີ II ທີ່ຜ່ານນມາມີການປະຕິບັດການກວ່າ 220,000 ຖ້ຽວບິນ ແລະ ໄດ້ຖິ້ມລະເບີດກວ່າ 2 ລ້ານລູກ, ປັດຈຸບັນກອງບິນດັ່ງກ່າວມີຍົນປະຈຳການປະກອບດ້ວຍ: Tu-22M3, Tu-160, Tu-95MS, IL-78 ແລະ ຍົນຮົບອື່ນໆອີກຈຳນວນໜຶ່ງ.


No comments

Powered by Blogger.