ຍົນສະເທືອນນ້ຳສະເທືອນບົກໃຫຍ່ທີ່ສຸດໃນໂລກ ຂອງຈີນ ເລີ່ມປະຕິບັດງານຕົວຈິງແລ້ວ - ອິດສະຫຼະ

ຍົນສະເທືອນນ້ຳສະເທືອນບົກໃຫຍ່ທີ່ສຸດໃນໂລກ ຂອງຈີນ ເລີ່ມປະຕິບັດງານຕົວຈິງແລ້ວ



ສຳນັກຂ່າວຕ່າງປະເທດລາຍງານ 24 ທັນວາ 2017 ວ່າ: ຍົນສະເທືອນນ້ຳສະເທືອນບົກຂະໜາດໃຫຍ່ທີ່ສຸດໃນໂລກ AG600 ທີ່ຜະລິດໃນຈີນ ໄດ້ເລີ່ມຂຶ້ນບິນປະຕິບັດງານຕົວຈິງເປັນຕັ້ງທຳອິດ ເມື່ອຕອນເຊົ້າຂອງວັນອາທິດນີ້ ຖືເປັນບາດກ້າວສຳຄັນຂອງໂຄງການຍົກລະດັບຄວາມສາມາດກອງທັບຈີນ ທີ່ລັດຖະບານຈີນໄດ້ຕັ້ງໜ້າຢ່າງແຂ່ງຂັນໃນການວິໄຈອຸປະກອນກອງທັບລະດັບແນວໜ້າຂອງໂລກ, ຂະນະທີ່ເກີດກໍລະນີຄວາມຂັດແຍ່ງຫຼາຍແຫ່ງທັງພາຍໃນທີ່ຕ້ອງການແບ່ງແຍກດິນແດນ ແລະ ອານາເຂດຕາມຊາຍແດນທີ່ຂັດແຍ່ງກັບປະເທດເພື່ອນບ້ານຫຼາຍປະເທດ ລວມທັງໃນທະເລຈີນໃຕ້ ທີ່ໄດ້ສ້າງແຮງສັ່ນສະເທືອນດ້ານຄວາມໝັ້ນຄົງໃນພູມມິພາກອາຊີ-ປາຊີຟິກ.


ຍົນລຳດັ່ງກ່າວມີຊື່ລະຫັດວ່າ "Kunlong" (ຂຸນຫຼົງ) ບິນຂຶ້ນຈາກສະໜາມບິນເມືອງຈູໄຫ ມົນທົນກວາງຕຸ້ງ ທາງພາກຕາເວັນອອກສຽງໃຕ້ຂອງຈີນ ກ່ອນຈະບິນກັບມາລົງຈອດບ່ອນເກົ່າ ໃນອີກປະມານ 1 ຊົ່ວໂມງຕໍ່ມາ, AG600 ມີຂະໜາດຄວາມຍາວແຕ່ປາຍສຸດ 2 ປີກ 38.8 ແມັດ, ຂັບເຄື່ອນດ້ວຍເຄື່ອງຈັກໃບພັດ 4 ອັນ, ບັນທຸກຜູ້ໂດຍສານໄດ້ 50 ຄົນ, ນ້ຳໜັກບັນທຸກ 53.3 ໂຕນ, ໄລຍະການບິນ 4,500 ກິໂລແມັດ ແລະ ສາມາດບິນຢູ່ໃນອາກາດໄດ້ຕໍ່ເນື່ອງ 12 ຊົ່ວໂມງ.

ທ່ານ ຫວງ ຫຼິງໄສ ຫົວໜ້າທີມຜູ້ອອກແບບກ່າວວ່າ ຄວາມສຳເລັດຈາກການອອກບິນຖ້ຽວທຳອິດ ເຮັດໃຫ້ຈີນກາຍເປັນໜຶ່ງໃນພຽງບໍ່ພໍເທົ່າໃດປະເທດຂອງໂລກ ທີ່ສາມາດພັດທະນາຍົນສະເທືອນນ້ຳສະເທືອນບົກ AG600 ຕິດຕັ້ງອຸປະກອນທາງການທະຫານທີ່ສາມາດໃຊ້ໄດ້ທັງການສູ້ຮົບ, ຕໍ່ສູ້ກັບໄຟປ່າ ແລະ ກູ້ໄພທາງທະເລ.

ບໍລິສັດຜູ້ຜະລິດຄື: Aviation Industry Corp of China ຫຼື AVIC ຂອງລັດຖະບານຈີນ, ໃຊ້ເວລາເກືອບ 8 ປີ ໃນການພັດທະນາ AG600, ໂດຍມີກຳນົດເດີມໃນການໃຊ້ງານຕົວຈິງແມ່ນຕົ້ນປີ 2017 ນີ້ ແຕ່ບໍ່ຊັດເຈນວ່າເປັນຫຍັງຈຶ່ງຊັກຊ້າ ພາຍຫຼັງມີການທົດສອບບິນໃນເດືອນເມສາ ທີ່ຜ່ານມາ ແລະ ເຈົ້າໜ້າທີ່ເປີດເຜີຍວ່າ ຈົນເຖິງຂະນະນີ້ AVIC ໄດ້ຮັບໃບສັ່ງຊື້ AG600 ແລ້ວຢ່າງໜ້ອຍ 17 ລຳ.

AG600  ມີຂະໜາດໄລ່ເລ່ຍກັບຍົນໂດຍສານ ໂບອິ້ງ-737 ຈາກຂໍ້ມູນຂອງສະຖາບັນວິໄຈສັນຕິພາບລະຫວ່າງປະເທດສະຕັອກໂຮມ ງົບປະມານລາຍຈ່າຍດ້ານການທະຫານຂອງຈີນໃນປີ 2016 ຢູ່ທີ່ປະມານ 215,000 ລ້ານໂດລາສະຫະລັດ ສູງສຸດໃນອາຊີ ຮອງລົງມາໄດ້ແກ່ອິນເດຍ 56,000 ໂດລາສະຫະລັດ, ຍີ່ປຸ່ນ 46,000 ລ້ານໂດລາສະຫະລັດ ແລະ ເກົາຫຼີໃຕ້ 37,000 ລ້ານໂດລາສະຫະລັດ.


No comments

Powered by Blogger.