ທາງການໄທກ່າວ: ເງິນ 98 ລ້ານບາດຍັງມີເງື່ອນງຳ ຖ້າໄດ້ຄືນກໍ່ຈະໄດ້ແຕ່ 4 ລ້ານບາດ - ອິດສະຫຼະ

ທາງການໄທກ່າວ: ເງິນ 98 ລ້ານບາດຍັງມີເງື່ອນງຳ ຖ້າໄດ້ຄືນກໍ່ຈະໄດ້ແຕ່ 4 ລ້ານບາດ



ສຳນັກຂ່າວມະຕິຊົນຂອງໄທລາຍງານ 14 ທັນວາ 2017 ວ່າ: ເມື່ອເວລາ 17:00 ໂມງ ຂອງວັນທີ 13 ທັນວາ 2017 ທີ່ຜ່ານມາເຈົ້າໜ້າທີ່ພາສີໜອງຄາຍຂອງໄທ ທ່ານ ນິມິດ ແສງອຳໄພ ເປີດເຜີຍລາຍລະອຽດພາຍຫຼັງຮ່ວມກັນເຈົ້າໜ້າທີ່ທີ່ກ່ຽວຂ້ອງສືບສວນສອບສວນທ້າວ ສຸບັນ ເຕຍສີລິ ອາຍຸ 30 ປີ ແລະ ທ້າວ ຄຳບອນ ເຕຍສີລິ ອາຍຸ 24 ປີ ສອງອ້າຍນ້ອງຄົນລາວ ທີ່ຊຸກເຊື່ອງເງິນສົດຈຳນວນ 98 ລ້ານບາດໄວ້ໃນລົດ ໂດຍມີທະນາຍຄວາມຮ່ວມຮັບຟັງການສືບສວນຂອງເຈົ້າໜ້າທີ່ອີກດ້ວຍ ເຊິ່ງເປັນການສືບສວນດັ່ງກ່າວໃຊ້ເວລາປະມານ 3 ຊົ່ວໂມງ.

ທ່ານ ນິມິດ ແສງອຳໄພ ກ່າວວ່າ ຕອນນີ້ໄດ້ສອບສວນເບື້ອງຕົ້ນຮ່ວມກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງແລ້ວ ໂດຍຜູ້ຕ້ອງຫາທັງສອງຄົນຍັງຢືນຢັນວ່າເປັນການເອົາເງິນມາແລກປ່ຽນ ເຊິ່ງເປັນເງິນຂອງສະມາຊິກໃນຄອບຄົວ ເປັນເງິນຂອງເອື້ອຍ ແລະ ຂອງຕົນເອງ ພ້ອມທັງຍິນຍອມທີ່ຈະຍົກເງິນທັງໝົດ 98 ລ້ານບາດໃຫ້ເປັນຊັບສິນຂອງລັດໄທ ເຊິ່ງທາງເຈົ້າໜ້າທີ່ພາສີຂອງໄທໄດ້ສົ່ງເລື່ອງການຂໍລະງັບຄະດີໄປຍັງກົມພາສາເພື່ອລົງຄວາມເຫັນແລ້ວ ໂດຍສະຫຼຸບໄດ້ວ່າເປັນເງິນທີ່ມາຈາກການເຮັດທະກິດສີດຳ ໃນປະເທດລາວ ເປັນເງິນທີ່ຕ້ອງປິດລັບ ເຊິ່ງນຳເງິນສະກຸນໂດລາສະຫະລັດ ມາແລກເປັນເງິນບາດໄທກັບໄປແບບປິດລັບ ເພາະເງິນບາດໄທໃຊ້ຈ່າຍໃນລາວໄດ້ສະດວກກວ່າ ສ່ວນເງິນໂດລາສະຫະລັດຂ້ອນຂ້າງຍາກເພາະມີມູນຄ່າສູງ ແລະ ຕ້ອງໄດ້ສະແດງລາຍການໃຫ້ລັດຖະບານລາວຮັບຮູ້, ຫຼັງຈາກນີ້ຈະດຳເນີນການລະງັບຄະດີດ້ວຍການສົ່ງເລື່ອງເຂົ້າກົມພາສີ ເພື່ອພິຈາລະນາໂດຍດ່ວນ, ເຊິ່ງຕາມຫຼັກການຂອງແລກປ່ຽນເງິນມີອັດຕາໂທດທີ່ກຳນົດໄວ້ຊັດເຈນຢູ່ແລ້ວ່າ ຫາກນຳເງິນເກີນ 450,000 ບາດ ແຕ່ບໍ່ເກີນ 2 ລ້ານບາດ ອອກນອກປະເທດ ອັດຕາໂທດປັບ 20,000 ບາດ ຄືນເງິນໃຫ້ຜູ້ຕ້ອງຫາໄປ 2 ລ້ານບາດ, ກໍລະນີນີ້ກໍ່ຈະເປັນໂທດປັບລວມ 40,000 ບາດ ຄືນເງິນໃຫ້ຜູ້ຕ້ອງຫາບໍ່ເກີນ 4 ລ້ານບາດ ສ່ວນທີ່ເຫຼືອ 94 ລ້ານບາດຕ້ອງຍົກໃຫ້ເປັນຊັບສິນຂອງລັດໄທ, ຖ້າຄະນະກຳມະການກົມພາສີຂອງໄທເຫັນດີກໍ່ຈະມີເງິນເຂົ້າງົບປະມານຂອງລັດໄທ 94 ລ້ານບາດ ພ້ອມກັນນີ້ຈະມີການຂໍຂໍ້ມູນຈາກທະນາຄານເພີ່ມເຕີມອີກດ້ວຍ.

ເຊິ່ງທັງສອງຄົນມີບໍລິສັດແລກປ່ຽນເງິນຕາແທ້ ຈຶ່ງສາມາດເກັບຮວບຮວມເງິນໂດລານຳມາແລກເປັນເງິນຈຳນວນຫຼາຍໄດ້ ແຕ່ຍັງບໍ່ໄດ້ຊື່ທີ່ຄົບຖ້ວນ, ເຊື່ອວ່າເປັນການເປີດບໍລິສັດຮັບແລກປ່ຽນເງິນເພື່ອບັງໜ້າ ເພື່ອປິດບັງບາງຢ່າງເຖິງທີ່ມາຂອງເງິນທີ່ຍັງບໍ່ຊັດເຈນ ແຕ່ເປັນການກະທຳທີ່ຢູ່ໃນປະເທດເພື່ອບ້ານ ສ່ວນເຈົ້າໜ້າລາວກໍ່ມາຂໍຂໍ້ມູນແລ້ວ ແລະ ໄດ້ໃຫ້ຂໍ້ມູນເບື້ອງຕົ້ນໄປແລ້ວ ແລະ ຈະສົ່ງຂໍ້ມູນເພີ່ມເຕີມພາຍຫຼັງຈາກການສືບສວນເພີ່ມເຕີມໃຫ້ອີກ, ຂະນະດຽວກັນທັງສອງຄົນຍັງບໍ່ສາມາດເດີນທາງກັບປະເທດໄດ້ໂດຍບໍ່ມີກຳນົດ ຈົນກວ່າກົມພາສີຈະເຫັນດີຫຼືບໍ່ ກັບຄຳສັ່ງລະງັບຄະດີຂອງພາສີໜອງຄາຍ ຫຼື ຈະສັ່ງການໃນຮູບແບບອື່ນເພື່ອຍຸດຕິຄະດີ.

ທ່ານ ນິມິດ ແສງອຳໄພ ກ່າວຕື່ມອີກວ່າ ຈາກຂໍ້ມູນການເຂົ້າ-ອອກປະເທດຂອງຜູ້ກ່ຽວທັງສອງພົບວ່າ ການນຳເງິນອອກນອກປະເທດໜ້າຈະເປັນລັກສະນະການເດີນທາງໄປເຊົ້າກັບແລງທັງໝົດ 9 ຄັ້ງ ເດືອນພະຈິກ 2017 ຈຳນວນ 5 ຄັ້ງ, ເດືອນທັນວາ 2017 ຈຳນວນ 4 ຄັ້ງ ລວມ 9 ຄັ້ງນີ້ ມີຄວາມເປັນໄປໄດ້ສູງວ່າມີການນຳເງິນເຂົ້າມາຂາຍແລ້ວນຳເງິນບາດກັບໄປ ເຊິ່ງຄັ້ງຫຼ້າສຸດຜູ້ຕ້ອງຫາທັງສອງຄົນຮັບສາລະພາບວ່າ ນຳເງິນໂດລາເຂົ້າມາຂາຍຈຳນວນ 8 ແສນໂດລາສະຫະລັດ ສ່ວນຄັ້ງນີ້ຈຳນວນ 2.8 ລ້ານໂດລາສະຫະລັດ ໂດຍສະເລ່ຍແລ້ວຈະນຳເງິນໂດລາມາຂາຍອາທິດລະຄັ້ງ ຈາກການປະເມີນແລ້ວແຕ່ລະຄັ້ງ ຈະນຳເງິນບາດໄທອອກໄປບໍ່ຕ່ຳກວ່າ 20 ລ້ານບາດ ໃນຄັ້ງຫຼ້າສຸດຄາດວ່າຈະມີເງິນສະສົມຫຼາຍຈຶ່ງນຳມາຂາຍຫຼາຍກວ່າທຸກຄັ້ງ.

No comments

Powered by Blogger.