ສ.ອາເມຣິກາກັບລຳ ທຳນຽບຂາວປະຕິເສດເຈລະຈາກັບເກົາຫຼີເໜືອ - ອິດສະຫຼະ

ສ.ອາເມຣິກາກັບລຳ ທຳນຽບຂາວປະຕິເສດເຈລະຈາກັບເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 14 ທັນວາ 2017 ວ່າ: ທ່ານ ນາງ ຊາຣາ ແຊນເດີ ໂຄສົກທຳນຽບຂາວກ່າວເມື່ອວັນພຸດທີ່ຜ່ານມາວ່າ: ນະໂຍບາຍ ແລະ ຈຸດຢືນຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ທີ່ມີຕໍ່ສະຖານະການຢູ່ແຫຼມເກົາຫຼີ "ບໍ່ປ່ຽນແປງ" ຕາບໃດທີ່ລັດຖະບານເກົາຫຼີເໜືອຍັງສະແດງພຶດຕິກຳຂົ່ມຂູ່ຮຸກຮານຕໍ່ພູມມິພາກອາຊີຕາເວັນອອກສຽງເໜືອ ບໍ່ພຽງແຕ່ສະເພາະຍີ່ປຸ່ນເທົ່ານັ້ນ ແຕ່ຍັງລວມເຖິງຈີນ ແລະ ເກົາຫຼີໃຕ້ອີກດ້ວຍ, ນອກຈາກນີ້ບົດບາດຂອງເກົາຫຼີເໜືອທີ່ສະແດງອອກມານັບຕັ້ງແຕ່ອະດີດຈົນເຖິງປັດຈຸບັນເກືອບບໍ່ເຄີຍສົ່ງຜົນດີຕໍ່ຕົນເອງເລີຍ.

ຂະນະທີ່ສະພາຄວາມໝັ້ນຄົງແຫ່ງຊາດສະຫະລັດ (NSC) ອອກຖະແຫຼງການວ່າ ເມື່ອປະເມີນຈາກການທົດສອບຂີປະນາວຸດຄັ້ງຫຼ້າສຸດຂອງເກົາຫຼີເໜືອແລ້ວ NSC ຍັງບໍ່ເຫັນຄວນວ່າໃນໄລຍະນີ້ເໝາະສົມທີ່ຈະຈັດຕັ້ງການເຈລະຈາຮ່ວມກັນ.

ທ່າທີດັ່ງກ່າວຂອງທຳນຽບຂາວ ແລະ NSC ຖືເປັນການຕອບໂຕ້ຕໍ່ການທີ່ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາກ່າວເມື່ອວັນອັງຄານທີ່ຜ່ານມາວ່າ ລັດຖະບານສະຫະລັດ ອາເມຣິກາ ພ້ອມເຈລະຈາກັບເກົາຫຼີເໜືອທຸກເມື່ອ ໂດຍປາສະຈາກການກຳນົດເງື່ອນໄຂລ່ວງໜ້າ ແລະ ເກົາຫຼີເໜືອຕ້ອງມີຄວາມຈິງໃຈທີ່ຈະຍຸດຕິໂຄງການນິວເຄຼຍ.

No comments

Powered by Blogger.