ອິດສະຣາແອນ ປູພົມໂຈມຕີທາງອາກາດໃນເຂດກາຊາ - ອິດສະຫຼະ

ອິດສະຣາແອນ ປູພົມໂຈມຕີທາງອາກາດໃນເຂດກາຊາ



ສຳນັກຂ່າວຕ່າງປະເທດລາຍງານ 14 ທັນວາ 2017 ວ່າ: ກອງກຳລັງປ້ອງກັນຕົນເອງອິດສະຣາແອນ (IDF) ອອກຖະແຫຼງການເລື່ອງປະຕິບັດການໂຈມຕີທາງອາກາດຕໍ່ເປົ້າໝາຍ 3 ແຫ່ງໃນເຂດກາຊາ ເຊິ່ງຕ້ອງສົງໄສເປັນຄັງອາວຸດຂອງກຸ່ມຮາມາສທີ່ປົກຄອງເຂດກາຊາ ເມື່ອຕອນເຊົ້າມືດຂອງວັນພະຫັດນີ້ຕາມເວລາທ້ອງຖິ່ນ ເພື່ອຕອບໂຕ້ທີ່ມີຈະຫຼວດຫຼາຍລູກລອຍຂ້າມຊາຍແດນຈາກເຂດກາຊາມາຕົກລົງໃນອານາເຂດທາງໃຕ້ຂອງອິດສະຣາແອນ.

ເຊິ່ງລາຍງານຂອງ IDF ບໍ່ໄດ້ລະບຸຂອບເຂດຂອງການສູນເສຍທີ່ເກີດຂຶ້ນ ເຊິ່ງລວມເຖິງຈຳນວນຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຈາກປະຕິບັດການດັ່ງກ່າວ ເຊິ່ງເກີດຂຶ້ນພຽງບໍ່ພໍເທົ່າໃດຊົ່ວໂມງພາຍຫຼັງທີ່ລະບົບປ້ອງກັນຂີປະນາວຸດ ຂອງອິດສະຣາແອນກວດຈັບຈະຫຼວດ 2 ລູກທີ່ມີການຍິງອອກມາຈາກເຂດກາຊາ, ນອກຈາກນີ້ IDF ຍັງປະກາດປິດເສັ້ນທາງລຳລຽງສິນຄ້າລະຫວ່າງເຂດກາຊາກັບອິດສະຣາແອນຢ່າງບໍ່ມີກຳນົດ ນັບຕັ້ງແຕ່ວັນພະຫັດ 14 ທັນວາ 2017 ເປັນຕົ້ນໄປດ້ວຍເຫດຜົນດ້ານຄວາມໝັ້ນຄົງ.


ຂະນະທີ່ແຫຼ່ງຂ່າວດ້ານຄວາມໝັ້ນຂອງຂອງລັດຖະບານປາເລສໄຕກ່າວວ່າ ຍົນຮົບຂອງ IDF ໄດ້ຖິ້ມລະເບີດຫຼາຍກວ່າ 10 ຄັ້ງເພື່ອໂຈມຕີເປົ້າໝາຍທັງສາມແຫ່ງ ສ່ວນໃຫຍ່ຢູ່ທາງເໜືອຂອງເຂດກາຊາ ສ້າງຄວາມເສຍຫາຍຢ່າງໜັກໃຫ້ກັບສະຖານທີ່ຕ່າງໆທີ່ເປັນເປົ້າໝາຍ ລວມທັງບ້ານເຮືອຂອງປະຊາຊົນໃນເຂດໃກ້ຄຽງ ແລະ ມີລາຍງານຜູ້ໄດ້ຮັບບາດເຈັບແຕ່ຈຳນວນຍັງບໍ່ຊັດເຈນ.

ໂດຍບັນຍາກາດຂອງຄວາມສຳພັນລະຫວ່າງອິດສະຣາແອນກັບປາເລສໄຕທະວີຄວາມເຄັ່ງຕຶງຂຶ້ນອີກຄັ້ງ ນັບຕັ້ງແຕ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດຮັບຮອງເອົານະຄອນເຢຣູຊາເລມເປັນນະຄອນຫຼວງຂອງອິດສະຣາແອນ ເມື່ອອາທິດທີ່ຜ່ານມາ ຮຽກສຽງວິພາກວິຈານຢ່າງໜັກຈາກປະຊາຄົມໂລກ ໂດຍສະເພາະປະຊາຄົມມຸດສະລິມໃນທົ່ວໂລກ.




No comments

Powered by Blogger.