ສະພາບການສົ່ງອອກກາເຟລາວ ພາຍໃຕ້ສິດທິພິເສດທາງດ້ານການຄ້າ - ອິດສະຫຼະ

ສະພາບການສົ່ງອອກກາເຟລາວ ພາຍໃຕ້ສິດທິພິເສດທາງດ້ານການຄ້າ



ກະຊວງອຸດສາຫະກຳ ແລະ ການຄ້າລາຍງານວ່າ: ການນໍາໃຊ້ຟອມຕ່າງໆຂອງ ສປປ.ລາວ ເພື່ອສົ່ງອອກສິນຄ້າເຫັນວ່າ ຕະຫຼາດການສົ່ງອອກກາເຟຂອງ ສປປ.ລາວ ມີຈໍານວນເພີ່ມຂຶ້ນ ແລະ ສະດວກຂຶ້ນ ພາຍໃຕ້ສັນຍາການຄ້າເສລີອາຊຽນ ຫຼື ອາຊຽນກັບບັນດາປະເທດພາຄີ; ຂໍ້ຕົກລົງໃນການໃຫ້ບູລິມະສິດຫຼຸດຜ່ອນອັດຕາພາສີນໍາເຂົ້າ ລະຫວ່າງ ສປປ.ລາວ ແລະ ສສ.ຫວຽດນາມ ແລະ ສິດທິພິເສດທາງດ້ານການຄ້າແບບຝ່າຍດຽວ ໂດຍບໍ່ມີການຈໍາກັດໂກຕ້າ ຫຼື ຫຼຸດຜ່ອນອັດຕາພາສີນໍາເຂົ້າ ເຮັດໃຫ້ພາກທຸລະກິດຫັນມານໍາໃຊ້ແບບຟອມສົ່ງອອກສິນຄ້າກາເຟຫຼາຍຂຶ້ນ ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນ.

ກົມການນໍາເຂົ້າ ແລະ ສົ່ງອອກ ໃນນາມເປັນອົງການຄຸ້ມຄອງແຫຼ່ງກໍາເນີດສິນຄ້າ ໄດ້ສະຫຼຸບສະຖິຕິການສົ່ງອອກກາເຟ ຂອງ ສປປ.ລາວ ໃນປີ 2016 ເຊັ່ນວ່າ  ຟອມ S (ຂໍ້ຕົກລົງວ່າດ້ວຍສັນຍາການຄ້າ ລາວ-ຫວຽດນາມ) ມູນຄ່າ 34,537,101.23 USD, ຮອງລົງມາແມ່ນ ຟອມ A (ສິດພິເສດທາງດ້ານການຄ້າແບບຝ່າຍດຽວ) ມູນຄ່າ 34,270,559.61 USD ແລະ ຟອມ D (ສັນຍາການຄ້າເສລີອາຊຽນ) ມູນຄ່າ 12,150,501.38 USD ແລະ ອື່ນໆ.

ຂໍ້ມູນຂອງຕະຫຼາດກາເຟລາວ:
1. ຕະຫຼາດທີ່ມີການສົ່ງອອກຫຼາຍ ໄດ້ແກ່ບັນດາປະເທດທີ່ນອນໃນຂົງເຂດອາຊີເປັນສ່ວນໃຫຍ່ຄື: ຍີ່ປຸ່ນ (ຟອມ A), ສສ.ຫວຽດນາມ (ຟອມ D ແລະ S), ໄທ (ຟອມ D), ໄຕ້ຫວັນ (CO-WHITE) ເຊິ່ງນອນໃນ 125 ລາຍການທີ່ໄດ້ສິດທິພິເສດ, ສ.ເກົາຫຼີ (ຟອມ AK ແລະ CO-KOREA), ກຳປູເຈຍ, ໄທ (ຟອມ D), ສປ.ຈີນ (ຟອມ E) ແລະ ຮົງກົງ (CO-WHITE) ເຊິ່ງມີອັດຕາພາສີປົກກະຕິ (MFN) 0%. ຮອງລົງມາໄດ້ແກ່ບັນດາປະເທດທີ່ນອນໃນ ສະຫະພາບເອີຣົບ (ຟອມ A) ຄື: ປອກຕຸຍການ, ອີຕາລີ, ແອັດສະປາຍ, ແບນຊິກ, ຊູແອດ, ເຢຍລະມັນ, ໂປໂລຍ. ນອກຈາກນັ້ນ, ແມ່ນສົ່ງອອກໄປ ລັດເຊຍ (ຟອມ A), ການາດາ (ຟອມ A), ສະຫະລັດ ອາເມລິກາ (ຟອມ A) ແລະ ໂອມານ (CO-WHITE) ເຊິ່ງອັດຕາພາສີປົກກະຕິ (MFN) 0%.

2. ສຳລັບເງື່ອນໄຂການສົ່ງອອກພາຍໃຕ້ສິດທິພິເສດທາງດ້ານການຄ້າເຫັນວ່າມີ 02 ເງື່ອນໄຂຫຼັກຄື:

• Wholly Obtained or Produced Goods: ສິນຄ້າໄດ້ມາ ຫຼື ຜະລິດຂຶ້ນໂດຍນໍາໃຊ້ວັດຖຸດິບພາຍໃນປະເທດຜູ້ສົ່ງອອກທັງໝົດ;
• Not Wholly Obtained or Produced Goods: ສິນຄ້າໄດ້ມາ ຫຼື ຜະລິດຂຶ້ນໂດຍບໍ່ໄດ້ນໍາໃຊ້ວັດຖຸດິບພາຍໃນປະເທດຜູ້ສົ່ງອອກທັງໝົດ.

3. ໂກຕ້າ ແລະ ອັດຕາພາສີ ໃນການນຳເຂົ້າກາເຟ (0901.11.10 ແລະ 2101.11.10) ຂອງບັນດາປະເທດທີ່ໄດ້ໃຫ້ສິດທິພິເສດທາງດ້ານການຄ້າ:

• ການນໍາເຂົ້າກາເຟໄປບັນດາປະເທດທີ່ນອນໃນເຂດການຄ້າເສລີອາຊຽນ (ATIGA): ບໍ່ມີການຈໍາກັດໂກຕ້າ ແລະ ອັດຕາພາສີນຳເຂົ້າບັນດາປະເທດອາຊຽນແມ່ນ ຢູ່ໃນລະຫວ່າງ 0%-5%. ຍົກເວັ້ນປະເທດໄທ ທີ່ຍັງຕ້ອງໄດ້ຂໍໂກຕ້ານຳເຂົ້າ;

• ສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ (AANZFTA): ບໍ່ມີການຈຳກັດໂກຕ້າ, ອັດຕາພາສີນຳເຂົ້າປະເທດ ອົດສະຕາລີ, ນິວຊີແລນ ແມ່ນ 0% ແລະ ອັດຕາພາສີນຳເຂົ້າບັນດາປະເທດອາຊຽນແມ່ນໃນລະຫວ່າງ 0%-15%, ສຳລັບລາຍການ 2101.11. 10 ແລະ ອັດຕາພາສີ 0% -5% ສຳລັບລາຍການ 0901.11.10. ຍົກເວັ້ນໄທ 02 ລາຍການສິນຄ້ານີ້ຍັງນອນໃນບັນຊີສະຫງວນທີ່ບໍ່ນຳມາຫຼຸດຜ່ອນອັດຕາພາສີ;

• ສັນຍາການຄ້າເສລີອາຊຽນ-ຈີນ (ACFTA): ບໍ່ມີການຈຳກັດໂກຕ້າ, ອັດຕາພາສີການນຳເຂົ້າ      ສປDຈີນ ແມ່ນ 0% ສຳລັບລາຍການ 2101.11.10, ສຳລັບລາຍການ 0901.11.10 ອັດຕາພາສີແມ່ນ 8% ແລະ ອັດຕາພາສີນຳເຂົ້າບັນດາປະເທດອາຊຽນແມ່ນໃນລະຫວ່າງ 0%-5%. ຍົກເວັ້ນປະເທດ ໄທ ລາຍການ 2101.11.10 ອັດຕາພາສີໃນໂກຕ້າແມ່ນ 40%, ອັດຕາພາສີນອກໂກຕ້າ 49,6%. ສໍາລັບລາຍການ 0901.11.10 ອັດຕາພາສີໃນໂກຕ້າແມ່ນ 30% ແລະ  ອັດຕາພາສີນອກໂກຕ້າແມ່ນ 91%;

• ສັນຍາການຄ້າເສລີອາຊຽນ-ອິນເດຍ (AIFTA): ບໍ່ມີການຈຳກັດໂກຕ້າ, ອັດຕາພາສີນຳເຂົ້າອິນເດຍແມ່ນ 60% ສຳລັບ 0901.11.10 ແລະ ສໍາລັບລາຍການ 2101.11.10 ແມ່ນນອນໃນບັນຊີສະຫງວນຂອງອິນເດຍ. ສຳລັບລາຍການ 2101.11.10 ອັດຕາພາສີນໍາເຂົ້າບັນດາປະເທດອາຊຽນແມ່ນໃນລະຫວ່າງ 5%-22,5%, ຍົກເວັ້ນ ໄທ ແລະ ຟິລິບປີນ ສິນຄ້າດັ່ງກ່າວແມ່ນນອນໃນບັນຊີສະຫງວນ. ສໍາລັບລາຍການ 0901.11.10 ອັດຕາພາສີນໍາເຂົ້າບັນດາປະເທດອາຊຽນແມ່ນໃນລະຫວ່າງ 7,5%-10%, ຍົກເວັ້ນປະເທດ ໄທ ແລະ ສ.ມຽນມາ 02 ລາຍການສິນຄ້ານີ້ແມ່ນຍັງນອນໃນບັນຊີສະຫງວນ ແລະ ສຳລັບຟີລິບປິນ ລາຍການ 0901.11.10 ແມ່ນກໍານົດອັດຕາພາສີໂກຕ້າແມ່ນ 25,71% ແລະ ອັດຕາພາສີນອກໂກຕ້າແມ່ນ 34,29%;

• ສັນຍາວ່າດ້ວຍການຮ່ວມມືເສດຖະກິດຮອບດ້ານອາຊຽນ-ຢີ່ປຸ່ນ (AJCEPA): ບໍ່ມີການຈຳກັດໂກຕ້າ, ອັດຕາພາສີນໍາເຂົ້າຍີ່ປຸ່ນແມ່ນ 14,9% ຕໍ່ກິໂລກຼາມ ສຳລັບລາຍການ 2101.11.10, ສຳລັບລາຍການ 0901.11.10 ອັດຕາພາສີແມ່ນ 3,8% ຕໍ່ ກິໂກຼາມ. ສ່ວນອັດຕາພາສີນຳເຂົ້າບັນດາປະເທດອາຊຽນແມ່ນໃນລະຫວ່າງ 0%-19%. ຍົກເວັ້ນ ໄທ 02 ລາຍການສິນຄ້ານີ້ຍັງນອນໃນບັນຊີສະຫງວນ;

• ສັນຍາການຄ້າເສລີອາຊຽນ-ສ.ເກົາຫຼີ (AKFTA): ບໍ່ມີການຈຳກັດໂກຕ້າ, ອັດຕາພາສີນຳເຂົ້າ ສ.ເກົາຫຼີ 0% ທັງສອງລາຍການ (2101.11.10 ແລະ 0901.11.10) ແລະ ອັດຕາພາສີນໍາເຂົ້າບັນດາປະເທດອາຊຽນແມ່ນໃນລະຫວ່າງ 0%-10%. ຍົກເວັ້ນ ໄທ ສໍາລັບລາຍການ 0901.11.10 ອັດຕາພາສີໃນໂກຕ້າແມ່ນ 0% ແລະ ອັດຕາພາສີນອກໂກຕ້າແມ່ນ 90% ແລະ ລາຍການ 2101.11.10 ອັດຕາພາສີໃນໂກຕ້າແມ່ນ 0% ແລະ ອັດຕາພາສີນອກໂກຕ້າແມ່ນ 49%;

• ຂໍ້ຕົກລົງວ່າດ້ວຍສັນຍາການຄ້າ ລາວ-ຫວຽດນາມ (ຟອມ S): ແມ່ນບໍ່ມີການຈຳກັດໂກຕ້າ, ແລະ ອັດຕາພາສີການນຳເຂົ້າ ສສ ຫວຽດນາມ ແມ່ນ 0%;

• ສິດທິພິເສດຈາກ ສະຫະພາບເອີຣົບ, ການາດາ, ຍີ່ປຸ່ນ, ລັດເຊຍ, ການາດາ (ຟອມ A): ແມ່ນບໍ່ມີການຈຳກັດໂກຕ້າ, ແລະ ອັດຕາພາສີນຳເຂົ້າບັນດາປະເທດເຫຼົ່ານັ້ນແມ່ນ 0%.

4. ບັນດາເອກະສານປະກອບທີ່ສຳຄັນໃນການສົ່ງອອກກາເຟພາຍໃຕ້ສິດທິພິເສດທາງດ້ານການຄ້າ (GSP ແລະ FTA) ມີຄື:

• ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (ຄຸ້ມຄອງໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ);

• ໃບຢັ້ງຢືນກວດສຸຂະພາບ (CERTIFICATE OF QUALITY CONTROL), ໃບຮັບຮອງການກວດສອບ (TEST REOORT) (ຄຸ້ມຄອງໂດຍ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ);

• ໃບຢັ້ງຢືນສຸຂະອະນາໄມພືດ (PHYTOSANITARY CERTIFICATE) (ຄຸ້ມຄອງໂດຍ ກະ ຊວງກະສິກຳ ແລະ ປ່າໄມ້);

• ໃບແຈ້ງພາສີເປັນລາຍລະອຽດ (ຄຸ້ມຄອງໂດຍ ກະຊວງການເງິນ);

• ໃບຢັ້ງຢືນສະພາບຂອງສິນຄ້າ (NON-MANIPULATION CERTIFICATE) (ຄຸ້ມຄອງໂດຍ ເຈົ້າໜ້າທີ່ພາສີປະເທດທີ່ຂົນສົ່ງຜ່ານທ່າເຮືອ);

• ໃບຢັ້ງຢືນນໍ້າໜັກ (WEIGHT CERTIFICATE) (ອອກໂດຍ ບໍລິສັດຂົນສົ່ງ);

• ໃບຂົນສົ່ງສິນຄ້າ (ອອກໂດຍ ບໍລິສັດຂົນສົ່ງ).

No comments

Powered by Blogger.