ຜູ້ນຳເກົາຫຼີໃຕ້ຢ້ຽມຢາມ ສປ.ຈີນ ເພື່ອຟື້ນຟູຄວາມສຳພັນໃນທຸກດ້ານ - ອິດສະຫຼະ

ຜູ້ນຳເກົາຫຼີໃຕ້ຢ້ຽມຢາມ ສປ.ຈີນ ເພື່ອຟື້ນຟູຄວາມສຳພັນໃນທຸກດ້ານ



ສຳນັກຂ່າວຕ່າງປະເທດລາຍງານ 15 ທັນວາ 2017 ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນໃຫ້ການຕ້ອນຮັບທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ທີ່ນະຄອນຫຼວງປັກກິ່ງ ເມື່ອວັນພະຫັດທີ່ຜ່ານມາ ໃນໂອກາດທີ່ຜູ້ນຳເກົາຫຼີໃຕ້ເດີນທາງຢ້ຽມຢາມຈີນຢ່າງເປັນທາງການ ໂດຍຜູ້ນຳທັງສອງປະເທດໄດ້ພົບປະຫາລືກັບແບບເຕັມຄະນະໃນຫຼາຍບັນຫາ ເຊິ່ງແນ່ນອນວ່າຕ້ອງເນັ້ນເຖິງສະຖານະການຢູ່ແຫຼມເກົາຫຼີ ທີ່ສົ່ງຜົນກະທົບຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງຈີນກັບເກົາຫຼີໃຕ້ໃນຫຼາຍດ້ານ ໂດຍສະເພາະໃນດ້ານການຄ້າ.

ເຖິງຢ່າງໃດກໍ່ຕາມ ການທີ່ຜູ້ນຳທັງສອງປະເທດບໍ່ໄດ້ຖະແຫຼງການຮ່ວມກັນພາຍຫຼັງສຳເລັດການປຶກສາຫາລື ໄດ້ສ້າງຄວາມປະຫຼາດໃຈໃຫ້ກັບທຸກຝ່າຍທີ່ກ່ຽວຂ້ອງ ແລະ ກໍ່ໃຫ້ເກີດການວິເຄາະວ່າເປັນສັນຍານບົ່ງບອກເຖິງສາຍພົວພັນໃນພາບລວມຍັງຢູ່ໃນລະດັບທີ່ເຢັນຊາ ແລະ ທັງສອງຝ່າຍອາດຍັງບໍ່ສາມາດຕົກລົງກັນໄດ້ໃນຫຼາຍບັນຫາ, ດ້ານສຳນັກຂ່າວ YTN ຂອງເກົາຫຼີໃຕ້ລາຍງານໂດຍອ້າງແຫຼ່ງຂ່າວ່າ ທ່ານ ມູນ ແຈ-ອິນ ແລະ ທ່ານ ສີ ຈິ້ນຜິງ ເຫັນດີຮ່ວມກັນໃນການຮ່ວມມືປ້ອງກັນການເກີດສົງຄາມຢູ່ແຫຼມເກົາຫຼີ ແລະ ການເພີ່ມການຮ່ວມມືຕາມແນວທາງຂອງສະຫະປະຊາຊາດ ໃນການໃຊ້ມາດຕະການກົດດັນທາງເສດຖະກິດຕໍ່ເກົາຫຼີເໜືອ.

ຂະນະທີ່ຜູ້ນຳຈີນກ່າວຢ້ຳເຖິງຈຸດຢືນຂອງລັດຖະບານຈີນກ່ຽວກັບລະບົບປ້ອງກັນຂີປະນາວຸດເພດານສູງ "THAAD" ທີ່ລັດຖະບານເກົາຫຼີໃຕ້ອະນຸຍາດໃຫ້ສະຫະລັດ ອາເມຣິການຳເຂົ້າມາຕິດຕັ້ງໃນປະເທດແລ້ວ 4 ອັນ ເຊິ່ງຜູ້ນຳເກົາຫຼີໃຕ້ກ່າວວ່າ "ຈະແກ້ໄຂຕາມຄວາມເໝາະສົມ" ກ່ອນທີ່ທ່ານ ມູນ ແຈ-ອິນຈະກ່າວກັບຜູ້ສື່ຂ່າວຂອງເກົາຫຼີໃຕ້ທີ່ຕິດຕາມໄປນຳໃນເວລາຕໍ່ມາວ່າ "ຂໍຊົມເຊີຍທ່ານ ສີ ຈິ້ນຜິງ ຜູ້ນຳທີ່ຈິງໃຈ ແລະ ໜ້າເຊື່ອຖືທັງໃນດ້ານຄຳເວົ້າ ແລະ ການກະທຳ" ແລະ ຄວາມຂັດແຍ່ງລະຫວ່າງເກົາຫຼີໃຕ້ກັບຈີນຈະເປັນ "ອຸປະສັກພຽງຊົ່ວຄາວເທົ່ານັ້ນ".

ສຳລັບການຢ້ຽມຢາມນະຄອນຫຼວງປັກກິ່ງຂອງທ່ານ ມູນ ແຈ-ອິນ ໃນຄັ້ງນີ້ຖືເປັນຄັ້ງທຳອິດຢ່າງເປັນທາງການ ນັບຕັ້ງແຕ່ເຂົ້າຮັບຕຳແໜ່ງປະທານປະເທດເກົາຫຼີໃຕ້ ເມື່ອເດືອນພຶດສະພາ 2017 ທີ່ຜ່ານມາ ແລະ ເປັນການຫຼຸດຜ່ອນຄວາມເຄັ່ງຕຶງໃນສາຍພົວພັນລະຫວ່າງສອງປະເທດໄດ້ບໍ່ຫຼາຍກໍ່ໜ້ອຍ, ລັດຖະບານເກົາຫຼີໃຕ້ໃຊ້ນະໂຍບາຍການທູດ "ບຸກໜ້າດ້ວຍສະເໜ່" ຫຼື "Charm Offensive" ໂດຍການນຳນັກສະແດງ ແລະ ສິລະປິນ K-Pop ຊື່ດັ່ງຮ່ວມຄະນະເດີນທາງໄດ້ດ້ວຍ ທີ່ລວມເຖິງຊົງ ເຮ-ຄຽວ ແລະ ບອຍແບນຊື່ດັ່ງ EXO.

ເຖິງແມ່ນວ່າຈະຍັງບໍ່ມີຄວາມຊັດເຈນວ່ານະໂຍບາຍບຸກໜ້າດ້ວຍສະເໜ່ໃນຄັ້ງນີ້ຈະໄດ້ຜົນຫຼາຍໜ້ອຍຊຳໃດ ແຕ່ບໍ່ອາດປະຕິເສດໄດ້ວ່າອຸດສາຫະກຳບັນເທີງຂອງເກົາຫຼີໃຕ້ ເປັນພາກສ່ວນທີ່ໄດ້ຮັບຜົນກະທົບຢ່າງໜັກ ຈາກຄວາມຂັດແຍ່ງລະຫວ່າງຈີນ-ເກົາຫຼີໃຕ້ ໃນເລື່ອງລະບົບ THAAD ໂດຍພາກເອກະຊົນຂອງຈີນຫຼາຍແຫ່ງຖອນໂຄສະນາ ຫຼື ປົດສິລະປິນຊາວເກົາຫຼີໃຕ້ອອກຈາກການເປັນພຼີເຊັນເຕີໃນປະເທດຈາກກໍລະນີດັ່ງກ່າວທັງນັ້ນ.


No comments

Powered by Blogger.