ລັດຖະບານກຳລັງພິຈາລະນາ ຂຶ້ນຄ່າແຮງຂັ້ນຕ່ຳເປັນ 1,200,000 ກີບຕໍ່ເດືອນ - ອິດສະຫຼະ

ລັດຖະບານກຳລັງພິຈາລະນາ ຂຶ້ນຄ່າແຮງຂັ້ນຕ່ຳເປັນ 1,200,000 ກີບຕໍ່ເດືອນ



ໜັງສືພິມວຽງຈັນໃໝ່ລາຍງານ 5 ມັງກອນ 2018 ວ່າ: ສູນກາງສະຫະພັນກຳມະບານລາວ ຖືເປັນອົງການຈັດຕັ້ງໜຶ່ງທີ່ສຳຄັນຂອງພາກລັດ ມີໜ້າທີ່ ແລະ ພາລະບົດບາດໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະກອນຊາວຜູ້ອອກແຮງງານ ສູນກາງສະຫະພັນກຳມະບານ ຍັງເປັນເຈົ້າການສະເໜີໃຫ້ຄະນະກຳມະການ 3 ຝ່າຍພິຈາລະນາ ແລະ ນຳສະເໜີໃຫ້ລັດຖະບານພິຈາລະນາອະນຸມັດຂຶ້ນຄ່າແຮງຂັ້ນຕ່ຳ ໃຫ້ແກ່ຜູ້ອອກແຮງງານໃນຂົງເຂດວິສາຫະກິດ ໂດຍສູນກາງສະຫະພັນກຳມະບານ ໄດ້ສະເໜີຂຶ້ນຄ່າແຮງຂັ້ນຕ່ຳ ຈາກ 900,000 ກີບຕໍ່ເດືອນ ເປັນ 1,200,000 ກີບຕໍ່ເດືອນ, ປັດຈຸບັນການສະເໜີດັ່ງກ່າວ ພວມຢູ່ໃນຂັ້ນຕອນພິຈາລະຈາຂອງລັດຖະບານ, ນອກຈາກນີ້ ສູນກາງສະຫະພັນກຳມະບານ ຍັງໄດ້ເປີດນຳໃຊ້ເບີໂທລະສັບສາຍດ່ວນ 1512 ນັບແຕ່ເດືອນກໍລະກົດ 2017 ທີ່ຜ່ານມາ ເພື່ອເປີດໂອກາດໃຫ້ຊາວຜູ້ອອກແຮງງານໄດ້ສອບຖາມບັນຫາຕ່າງໆກ່ຽວກັບບັນຫາແຮງງານ.

ປັດຈຸບັນລະບົບການຈັດຕັ້ງຂອງສະຫະພັນກຳມະບານລາວມີ 18 ສະຫະພັນກຳມະບານແຂວງ ແລະ ນະຄອນຫຼວງ, 38 ສະຫະພັນກຳມະບານກະຊວງ ແລະ ອົງການ, 148 ສະຫະພັນກຳມະບານເມືອງ, 3,974 ກຳມະບານຮາກຖານ ໃນນີ້ຂະຫຍາຍໃໝ່ 217 ຮາກຖານ ມີ 7,703 ໜ່ວຍກຳມະບານ, ຂະຫຍາຍໃໝ່ 466 ໜ່ວຍ ເຮັດໃຫ້ທົ່ວປະເທດມີສະມາຊິກກຳມະບານທັງໝົດ 214,168 ສະຫາຍ, ຍິ່ງ 97,316 ສະຫາຍ ທຽບໃສ່ປີ 2016 ເພີ່ມຂຶ້ນ 3.22%.

ປີ 2017 ສູນກາງສະຫະພັນກຳມະບານລາວ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດວຽກງານໂຄສະນາສຶກສາອົບຮົມແນວຄິດ-ການເມືອງ ໃຫ້ແກ່ສະມາຊິກກຳມະບານທຸກຂັ້ນ ເຮັດໃຫ້ເຂົາເຈົ້າກຳແໜ້ນພາລະບົບາດ, ສິດ ແລະ ໜ້າທີ່ຂອງກຳມະບານລາວ ຕະຫຼອດຮອດແນວທາງນະໂຍບາຍຂອງພັກ-ລັດວາງອອກ ເປັນເຈົ້າການກໍ່ສ້າງ ບຳລຸງພະນັກງານ ແລະ ສະມາຊິກກຳມະບານ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ໂດຍຜ່ານການເຝິກອົບຮົບໃນຮູບແບບຕ່າງໆທັງພາຍໃນ-ຕ່າງປະເທດ ຢ່າງເປັນປົກກະຕິ, ສູນກາງສະຫະພັນກຳມະບານລາວ ໄດ້ເອົາໃຈໃສ່ເປັນພິເສດໃນການປະຕິບັດວຽການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ ໂດຍກຳມະບານແຕ່ລະຂັ້ນໄດ້ເຂົ້າຮ່ວມປະກອບຄຳເຫັນໃສ່ບັນດານິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ, ຊຸກຍູ້ ແລະ ນຳພາສ້າງສັນຍາແຮງງານລວມໝູ່ໄດ້ 31 ແຫ່ງ ເຮັດໃຫ້ທົ່ວປະເທດມີສັນຍາແຮງງານລວມໝູ່ທັງໝົດ 521 ແຫ່ງ, ສັນຍາແຮງງານບຸກຄົນ 5,699 ຄົນ, ຮັບຄຳຮ້ອງທຸກ ແລະ ໄກ່ເກ່ຍແກ້ໄຂຂໍ້ຂັດແຍ່ງແຮງງານ 75 ສະບັບ, ທວງເງິນຄ່າແຮງໃຫ້ກຳມະກອນ 325 ຄົນ ເປັນເງິນກວ່າ 500 ລ້ານກີບ, ສືບຕໍ່ຂຶ້ນທະບຽນກຳມະກອນໄດ້ 7,972 ຄົນ ຍິງ 3,471 ຄົນ ອັນເຮັດໃຫ້ທົ່ວປະເທດມີກຳມະກອນຂຶ້ນທະບຽນແລ້ວຈຳນວນ 61,557 ຄົນ.

No comments

Powered by Blogger.