ສ.ອາເມຣິກາເລື່ອນການຊ້ອມຮົບຮ່ວມກັບເກົາຫຼີໃຕ້ ເພື່ອຕ້ອນຮັບໂອລິມປິກລະດູໜາວ - ອິດສະຫຼະ

ສ.ອາເມຣິກາເລື່ອນການຊ້ອມຮົບຮ່ວມກັບເກົາຫຼີໃຕ້ ເພື່ອຕ້ອນຮັບໂອລິມປິກລະດູໜາວ



ສຳນັກຂ່າວຕ່າງປະເທດລາຍງານ 5 ມັງກອນ 2018 ວ່າ: ລັດຖະບານສະຫະລັດ ອາເມຣິກາ ທີ່ນຳໂດຍທ່ານ ໂດໂນ ທຣຳ ປະທານປະເທດ ຕົກລົງເລື່ອນການຊ້ອມຮົບຮ່ວມກັບເກົາຫຼີໃຕ້ອອກໄປກ່ອນ ເຊິ່ງການຕັດສິນໃຈດັ່ງກ່າວອາດຊ່ວຍຫຼຸດຜ່ອນສະຖານະການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ, ຂະນະດຽວກັນທັງເກົາຫຼີເໜືອ ແລະ ເກົາຫຼີໃຕ້ກໍ່ໄດ້ຕົກລົງທີ່ຈະເປີດການເຈລະຈາໂດຍກົງເປັນຄັ້ງທຳອິດໃນຮອບຫຼາຍປີ ໃນວັນທີ 19 ມັງກອນ 2018 ນີ້ ທີ່ບ້ານປັນມຸນຈອມ ເຂດປອດທະຫານ (DMZ) ທີ່ເປັນຊາຍແດນລະຫວ່າງສອງປະເທດ.


ເລື່ອງນີ້ທ່ານ ຈິມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາກ່າວຢືນຢັນວ່າ ການເລື່ອນການຊ້ອມຮົບອອກໄປນັ້ນ ເປັນຄວາມຈຳເປັນ ເພື່ອຜົນໃນທາງປະຕິບັດທີ່ຈະຊ່ວຍອຳນວຍຄວາມສະດວກໃຫ້ກັບການແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ເກົາຫຼີໃຕ້ເປັນເຈົ້າພາບ ແລະ ຈະຈັດຂຶ້ນທີ່ເມືອງປຽງຊາງ ໃນເດືອນກຸມພາ ທີ່ຈະມາເຖິງນີ້ ບໍ່ແມ່ນການສະແດງທ່າທີໃນທາງການເມືອງແຕ່ຢ່າງໃດ.

ໃນດ້ານຂອງທຳນຽບຂາວຖະແຫຼງວ່າ ທ່ານ ໂດໂນ ທຣຳ ໄດ້ອະນຸມັດໃຫ້ເລື່ອນການຮ່ວມຊ້ອມຮົບອອກໄປກ່ອນ ພາຍຫຼັງທີ່ໄດ້ປຶກສາຫາລືກັບທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້, ເຊິ່ງການເລື່ອນການຊ້ອມຮົບຮ່ວມນັ້ນຈະຊ່ວຍໃຫ້ກອງທັບສະຫະລັດ ອາເມຣິກາ ແລະ ເກົາຫຼີໃຕ້ໄດ້ເນັ້ນໜັກໄປທີ່ການຮັກສາຄວາມປອດໄພໃນລະຫວ່າງການແຂ່ງຂັນກີລາໂອລິມປິກ.


No comments

Powered by Blogger.