ການຄ້ານະຄອນຫຼວງ ແຈ້ງຫ້າມຂາຍຊີ້ນໝູເກີນລາຄາ 33,000 ກີບຕໍ່ກິໂລ - ອິດສະຫຼະ

ການຄ້ານະຄອນຫຼວງ ແຈ້ງຫ້າມຂາຍຊີ້ນໝູເກີນລາຄາ 33,000 ກີບຕໍ່ກິໂລ



ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 0048/ອຄ.ນວ.ຄພນ ລົງວັນທີ 04 ມັງກອນ 2018 ເລື່ອງການກຳນົດລາຄາຂາຍຍົກ-ຂາຍຍ່ອຍຊິ້ນໝູ ເພື່ອແນ່ໃສ່ຊຸກຍູ້, ສົ່ງເສີມຜູ້ດຳເນີນທຸລະກິດການຜະລິດ, ຜູ້ຊື້, ຜູ້ຂາຍ ແລະ ເປັນການປົກປ້ອງສິດ ຜົນປະໂຫຍດຜູ້ຊົມໃຊ້ໃຫ້ມີຄວາມຍຸດຕິທຳ ບົນພື້ນຖານກົນໄກຕະຫຼາດ, ຫຼີກລ້ຽງເອົາລັດເອົາປຽບກັນລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ທັງຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການດັ່ງນີ້:

1. ລາຄາໝູເປັນ ໜ້າຟາມຊື້-ຂາຍ ລາຄາສູງສຸດ ບໍ່ໃຫ້ເກີນ 18,000 ກີບ/ກິໂລ

2. ລາຄາຂາຍຍົກໝູທັງຕົວ ທີ່ໄດ້ຂ້າ,​ ຄົວ ແລະ ຊຳແຫຼະ ເປັນຊີ້ນລວມ ລາຄາສູງສຸດບໍ່ໃຫ້ເກີນ 21,000 ກີບ/ກິໂລ ລາຄານີ້ແມ່ນລາຄານາຍຮ້ອຍສົ່ງໃຫ້ລູກຂຽງຮອດຕະຫຼາດ.

3. ລາຄາຂາຍຍ່ອຍຂອງລູກຂຽງ ໃຫ້ຜູ້ບໍລິໂພກ ຢູ່ຕະຫຼາດມີດັ່ງນີ້:
- ຊີ້ນໝູ ປະເພດ 1 (ຊິ້ນກ້ອນ, ດູກຂ້າງ, ຊິ້ນສາມຊັ້ນ) ສູງສຸດ 33,000 ກີບ/ກິໂລ
- ຊິ້ນໝູ ປະເພດ 2 ສູງສຸດບໍ່ໃຫ້ເກີນ 30,000 ກີບ/ກິໂລ

4. ໃຫ້ເຂັ້ມງວດຕື່ມກ່ຽວກັບການກວດກາໝູເປັນ ທີ່ມາຈາກຕ່າງແຂວງ ເຂົ້າໂຮງງານຂ້າສັດ ໃຫ້ມີເອກະສານຄົບຖ້ວນ ແລະ ຖືກຕ້ອງກ່ອນອະນຸຍາດ

No comments

Powered by Blogger.