ອາຊຽນ ມອບຕຳແໜ່ງເລຂາທິການໃຫຍ່ ໃຫ້ຄົນໃໝ່ຈາກປະເທດບຣູໄນ - ອິດສະຫຼະ

ອາຊຽນ ມອບຕຳແໜ່ງເລຂາທິການໃຫຍ່ ໃຫ້ຄົນໃໝ່ຈາກປະເທດບຣູໄນ



ສຳນັກຂ່າວຕ່າງປະເທດລາຍງານ 5 ມັງກອນ 2018 ວ່າ: ສຳນັກງານເລຂາທິການສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໃນນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ໄດ້ມີພິທີສົ່ງມອບຕຳແໜ່ງເລຂາທິການໃຫຍ່ອາຊຽນຄົນທີ 14 ໃຫ້ແກ່ທ່ານ ລິມ ຈັອກ ຮອຍ ໂດຍມີທ່ານ ນາງ ເຣດໂນ ມາຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ແລະ ທ່ານ ເລ ເລືອງ ມິນ ເລຂາທິການອາຊຽນຄົນທີ 13 ທີ່ເປັນຄົນຫວຽດນາມ ຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວ ທີ່ຈັດຂຶ້ນໃນວັນສຸກນີ້.

ເຊິ່ງທ່ານ ລິມ ຈັອກ ຮອຍ ເປັນອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຂອງບຣູໄນ ຈະມີວາລະການດຳລົງຕຳແໜ່ງ 5 ປີ ແຕ່ 2018-2022 ແລະ ປະຕິບັດງານເປັນຫຼັກຢູ່ທີ່ສຳນັກງານໃຫຍ່ຂອງອາຊຽນ ໃນນະຄອນຫຼວງຈາກາຕາ, ຂະນະທີ່ຕຳແໜ່ງປະທານໝູນວຽນຂອງອາຊຽນ ປະຈຳປີ 2018 ແມ່ນ ປະເທດສິງກະໂປ ມີວາລະລະຫວ່າງວັນທີ 1 ມັງກອນ - 31 ທັນວາ 2018 ນີ້.


No comments

Powered by Blogger.