ລັດເຊຍເຕືອນ ສ.ອາເມຣິກາ ຢ່າແຊກແຊງວຽກງານພາຍໃນຂອງອີຣານ - ອິດສະຫຼະ

ລັດເຊຍເຕືອນ ສ.ອາເມຣິກາ ຢ່າແຊກແຊງວຽກງານພາຍໃນຂອງອີຣານ



ສຳນັກຂ່າວຕ່າງປະເທດລາຍງານ 5 ມັງກອນ 2018 ວ່າ: ທ່ານ ເຊີເກ ຣະຢາບຄັອບ (Sergey Ryabkov) ຮອງລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ກ່າວເມື່ອວັນພະຫັດທີ່ຜ່ານມາວ່າ: ລັດຖະບານລັດເຊຍເຊື່ອໝັ້ນເປັນຢ່າງຍິ່ງວ່າ ອີຣານຈະສາມາດຜ່ານພົ້ນສະຖານະການທີ່ຍາກລຳບາກ ທີ່ກຳລັງເກີດຂຶ້ນໃນເວລານີ້ໄປໄດ້ດ້ວຍດີ ແຕ່ບໍ່ອາດປະຕິເສດໄດ້ເລີຍວ່າ ທ່າທີຂອງລັດຖະບານສະຫະລັດ ອາເມຣິກາ ທີ່ມີຕໍ່ສະຖານະການປັດຈຸບັນໃນອີຣານນັ້ນ "ໜ້າສົງໄສ" ທາງທີ່ດີສະຫະລັດ ອາເມຣິກາ ບໍ່ຄວນພະຍາຍາມແທກແຊງ ຫຼື ກ້າວກາຍວຽກງານພາຍໃນຂອງລັດຖະບານອີຣານ.

ນອກຈາກນີ້ທ່ານ ຣະຢາບຄັອບ ຍັງວິຈານທີ່ທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດ ຮຽກຮ້ອງໃຫ້ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຈັດກອງປະຊຸມສຸກເສີນກ່ຽວກັບສະຖານະການໃນອີຣານ ແລະ ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໄດ້ມີກຳນົດການປຶກສາຫາລືກັນໃນວັນສຸກທີ 5 ມັງກອນ 2018 ນີ້ ຕາມເວລາທ້ອງຖິ່ນ ວ່າ: ເປັນການສະແດງເຈດຕະນາຂອງການພະຍາຍາມທຳລາຍ ສະຖຽນລະພາບຂອງປະເທດອື່ນຢ່າງຊັດເຈນ ເນື່ອງຈາກສະຖານະການທີ່ເກີດຂຶ້ນໃນອີຣານຕອນນີ້ ຖືເປັນວຽກງານພາຍໃນ ທີ່ບໍ່ຈຳເປັນຕ້ອງໃຫ້ສະຫະປະຊາຊາດເຂົ້າມາສະແດງບົດບາດ.

ຂະນະທີ່ທ່ານ ນາງ ມາເຣຍ ຊາຄາໂຣວາ ໂຄສົກກະຊວງການຕ່າງປະເທດລັດເຊຍ ກ່າວເສີມຄຳຖະແຫຼງຂອງທ່ານ ຣະຢາບຄັອບວ່າ ຫາກທ່ານ ນາງ ເຮລີ ຕ້ອງການຖ່າຍທອດບົດບາດທາງການເມືອງຂອງສະຫະລັດ ອາເມຣິກາໃນເວທີສາກົນ ທ່ານ ນາງ ຄວນແບ່ງປັນປະສົບການຂອງຊາວອາເມຣິກາທີ່ມີຕໍ່ມາດຕະການຂັ້ນເດັດຂາດ ຂອງເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງສະຫະລັດ ອາເມຣິກາ ໃຫ້ການສະລາຍການຊຸມນຸມທາງການເມືອງ ແລະ ການເຄື່ອນໄຫວທາງສັງຄົມທີ່ເກີດຂຶ້ນຢ່າງຕໍ່ເນື່ອງ.

ເຖິງຢ່າງໃດກໍ່ຕາມກະຊວງການເງິນ ຂອງສະຫະລັດ ອາເມຣິກາ ປະກາດຂຶ້ນບັນຊີດຳບໍລິສັດຈົດທະບຽນໃນອີຣານ 5 ແຫ່ງ ຖານກ່ຽວຂ້ອງກັບໂຄງການພັດທະນາຂີປະນາວຸດຂອງລັດຖະບານອີຣານ ໂດຍທ່ານ ສະຕີບ ມະນູຊິນ ລັດຖະມົນຕີກະຊວງການເງິນຂອງສະຫະລັດ ອາເມຣິກາ ຢືນຢັນວ່າ ມາດຕະການດັ່ງກ່າວ ເປັນຄົນລະບັນຫາກັບບັນຍາກາດຄວາມວຸ້ນວາຍທາງການເມືອງໃນອີຣານຕອນນີ້, ແຕ່ທ່ານ ນາງ ຮິດເຮີ ເນົາເອິດ ໂຄສົກກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວວ່າ ລັດຖະບານສະຫະລັດ ອາເມຣິກາ ຢູ່ລະຫວ່າງການພິຈາລະນາໃຊ້ມາດຕະການທາງເສດຖະກິດ ແລະ ການທູດ ເພື່ອຕອບໂຕ້ ກຸ່ມບຸກຄົນທີ່ກ່ຽວຂ້ອງກັບການໃຊ້ຄວາມຮຸນແຮງຕໍ່ກຸ່ມຜູ້ຊຸມນຸມປະທ້ວງຕໍ່ຕ້ານລັດຖະບານອີຣານ ເຊິ່ງອອກມາເຄື່ອນໄຫວຕັ້ງແຕ່ວັນທີ 28 ທັນວາ 2017 ທີ່ຜ່ານມາ ຈົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 21 ຄົນ ແລະ ຖືກຈັບຫຼາຍກວ່າ 450 ຄົນ.


No comments

Powered by Blogger.