ເກົາຫຼີເໜືອຕອບຮັບ ຂໍ້ສະເໜີການເຈລະຈາຂອງເກົາຫຼີໃຕ້ແລ້ວ - ອິດສະຫຼະ

ເກົາຫຼີເໜືອຕອບຮັບ ຂໍ້ສະເໜີການເຈລະຈາຂອງເກົາຫຼີໃຕ້ແລ້ວ



ສຳນັກຂ່າວຕ່າງປະເທດລາຍງານ 5 ມັງກອນ 2018 ວ່າ: ກະຊວງລວມຊາດຂອງເກົາຫຼີໃຕ້ ອອກຖະແຫຼງການໃນວັນສຸກນີ້ວ່າ ໄດ້ຮັບແຈ້ງການຢືນຢັນຈາກເກົາຫຼີເໜືອ ໃນການສົ່ງຄະນະຜູ້ແທນລະດັບສູງມາເຈລະຈາກັບລັດຖະບານເກົາຫຼີໃຕ້ ທີ່ບ້ານປັນມຸນຈອມ ເຊິ່ງຕັ້ງຢູ່ລະຫວ່າງກາງຂອງເຂດປອດທະຫານ (DMZ) ໃນວັນອັງຄານທີ 9 ມັງກອນ 2018 ນີ້, ໂດຍຈະຖືເປັນການເຈລະຈາຄັ້ງທຳອິດນັບຕັ້ງແຕ່ການປຶກສາຫາລືກັນເມື່ອເດືອນທັນວາ 2015.

ການເຄື່ອນໄຫວດັ່ງກ່າວຂອງລັດຖະບານເກົາຫຼີເໜືອເກີດຂຶ້ນພຽງບໍ່ພໍເທົ່າໃດຊົ່ວໂມງ ຫຼັງຈາກທຳນຽບຂາວຖະແຫຼງກ່ຽວກັບການສົນທະນາທາງໂທລະສັບລະຫວ່າງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກັບທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ເຊິ່ງຜູ້ນຳທັງສອງເຫັນດີກັບການສະເໜີຂອງເກົາຫຼີໃຕ້ ໃຫ້ເລື່ອນການຊ້ອມຮົບປະຈຳປີອອກໄປຈົນກວ່າຈະສຳເລັດການແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ທີ່ເກົາຫຼີໃຕ້ເປັນເຈົ້າພາບລະຫວ່າງວັນທີ 9-25 ກຸມພາ 2018 ນີ້ ແລະ ພາຣາລິມປິກລະດູໜາວ ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ 9-18 ມີນາ 2018 ນີ້, ໂດຍຖະແຫຼງການຂອງທຳນຽບຂາວບໍ່ໄດ້ລະບຸເຖິງກຳນົດການປຶກສາຫາລືລະຫວ່າງສອງເກົາຫຼີ ໃນອາທິດໜ້າ ແຕ່ໃຫ້ເຫດຜົນຂອງການຕົກລົງເລື່ອນການຊ້ອມຮົບວ່າ ເພື່ອຫຼຸດຜ່ອນຄວາມສ່ຽງຂອງການເກີດບັນຍາກາດຄວາມເຄັ່ງຕຶງໃນໄລຍະດັ່ງກ່າວ ແລະ ເພື່ອເປັນການສ້າງຄວາມເຊື່ອໝັ້ນ.

ເຊິ່ງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ກ່າວເມື່ອວັນປີໃໝ່ສາກົນທີ່ຜ່ານມາ ມີເນື້ອໃນຕອນໜຶ່ງກ່ຽວກັບໂອລິມປິກລະດູໜາວທີ່ເມືອງປຽງຊາງວ່າ ຈະເປັນໂອກາດອັນດີໃນການສ້າງຄວາມສາມັກຄີລະຫວ່າງເກົາຫຼີເໜືອ ກັບ ເກົາຫຼີໃຕ້ ທີ່ຈະຊ່ວຍໃຫ້ມະຫະກຳກີລາຄັ້ງນີ້ປະສົບຄວາມສຳເລັດໄປດ້ວຍດີ, ນອກຈາກນີ້ທ່ານ ຄິມ ຈອງ-ອຶນ ຍັງສະແດງທ່າທີດ້ານບວກວ່າ ມີຄວາມພ້ອມທີ່ຈະເຈລະຈາກັບລັດຖະບານເກົາຫຼີໃຕ້ ໃນຫຼາຍບັນຫາອີກດ້ວຍ.


No comments

Powered by Blogger.