ສປປ.ລາວ ຮຽກຮ້ອງໃຫ້ກຳປູເຈຍ ຢຸດຕິເຄື່ອນໄຫວກິດຈະກຳ ຢູ່ເຂດຄວາມຂັດແຍ່ງຊາຍແດນ - ອິດສະຫຼະ

ສປປ.ລາວ ຮຽກຮ້ອງໃຫ້ກຳປູເຈຍ ຢຸດຕິເຄື່ອນໄຫວກິດຈະກຳ ຢູ່ເຂດຄວາມຂັດແຍ່ງຊາຍແດນ



ໜັງສືພິມກອງທັບປະຊາຊົນລາວລາຍງານວ່າ: ກອງປະຊຸມຄະນະກຳມະ ການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປລາວ-ກຳປູເຈຍ,ກຳປູເຈຍ- ລາວຄັ້ງທີ III ຫຼື GBC ລາວ- ກຳປູເຈຍ ຈັດຂຶ້ນໃນລະຫວ່າງ ວັນທີ 23-26 ທັນວາ 2017 ຜ່ານມາທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານພົນຈັດຕະວາ ສີພັນ ພຸດທະ ວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ, ປະທານຄະນະ ກຳມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປລາວ-ກຳປູເຈຍ ແລະ ທ່ານພົນໂທ ເສຍ ໂຊຈຽດ ຮອງເສນາທິການຮ່ວມ, ຫົວໜ້າ ກົມກິດຈະການຊາຍແດນກອງ ບັນຊາການທະຫານສູງສຸດ, ປະທານຄະນະກຳມະການຮ່ວມ ມືຮັກສາຄວາມສະຫງົບຮຽບ ຮ້ອຍຕາມຊາຍແດນທົ່ວໄປກຳປູ ເຈຍ-ລາວ ພ້ອມດ້ວຍຄະນະກຳມະການ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງນີ້ ແມ່ນປະຕິບັດຕາມບົດບັນ ທຶກການຮ່ວມມືລະຫວ່າງສອງ ກະຊວງປ້ອງກັນປະເທດ ລາວ- ກຳປູເຈຍ ແລະ ບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປລາວ-ກຳ ປູເຈຍຄັ້ງທີ II ເຊິ່ງກອງປະຊຸມ ຄັ້ງທີ III ນີ້, ສອງຝ່າຍໄດ້ປຶກສາ ຫາລືແລກປ່ຽນຄຳຄິດຄຳເຫັນ ແລະ ເຫັນດີຮ່ວມກັນບາງບັນຫາ ດັ່ງນີ້.

ສອງຝ່າຍສະໜັບສະໜູນຕໍ່ຖະແຫຼງການຮ່ວມລະຫວ່າງນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທປະໄຕ ປະຊາຊົນລາວ ແລະ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກຳປູເຈຍ ໃນວັນທີ 12 ສິງຫາ 2017 ທີ່ ນະຄອນຫຼວງວຽງຈັນ ແລະ ການພົບປະສອງຝ່າຍໃນວັນທີ 1 ກັນຍາ 2017 ຜ່ານມາທີ່ນະຄອນ ຫຼວງພະນົມເປັນ, ເຊິ່ງທັງສອງນາຍົກລັດຖະມົນຕີເຫັນດີໃຫ້ ຖອນກຳລັງຂອງທັງສອງຝ່າຍ ອອກຈາກພື້ນທີ່ຊາຍແດນບໍລິ ເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ລະຫວ່າງ ເມືອງສະໜາມໄຊ ແຂວງອັດຕະປື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບເມືອງແສນປາງ ແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ ເຊິ່ງເປັນບໍລິເວນຊາຍແດນ ທີ່ຍັງຄົງຄ້າງມິດຕະພາບຮ່ວມ ກັນ, ເຫັນດີໃຫ້ຄະນະກຳມະການ ຊາຍແດນຮ່ວມລາວ-ກຳປູເຈຍ ລົງສຳຫຼວດ ແລະ ປັກຫຼັກໝາຍ ຊາຍແດນຢູ່ບໍລິເວນດັ່ງກ່າວ ຮ່ວມກັນໂດຍໄວ.

ກອງປະຊຸມຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກຳປູເຈຍຄັ້ງທີ III ນີ້ຝ່າຍ ລາວໄດ້ສະເໜີໃຫ້ຝ່າຍກຳປູເຈຍ ຖອນກຳລັງທັງໝົດ ແລະ ຢຸດ ເຊົາການດຳເນີນກິດຈະການ ຕ່າງໆຢູ່ບໍລິເວນຊາຍແດນ ແກ້ງ ຕໍມໍຄອຍ-ຫ້ວຍຕະເງົາ ທີ່ຍັງເປັນ ບໍລິເວນຊາຍແດນທີ່ຄົງຄ້າງ ແລະ ສະເໜີໃຫ້ຄະນະກຳມະການ ເຕັກນິກຊາຍແດນຮ່ວມລາວ- ກຳປູເຈຍ, ກຳປູເຈຍ-ລາວ ລົງ ສຳຫຼວດ ແລະ ປັກຫຼັກໝາຍຊາຍ ແດນຮ່ວມກັນໂດຍໄວຕາມການ ຕົກລົງຂອງສອງນາຍົກລັດຖະ ມົນຕີລາວ-ກຳປູເຈຍ.

- ຝ່າຍລາວສະເໜີໃຫ້ຝ່າຍກຳປູເຈຍຍົກຍ້າຍການກໍ່ສ້າງເຮືອນ ທີ່ເລິກເຂົ້າມາໃນດິນລາວຈຳນວນ 3 ຫຼັງ ແລະ ຕິດເສັ້ນຊາຍ ແດນຈຳນວນ 6 ຫຼັງ ຢູ່ບໍລິເວນ ຫຼັກໝາຍຊາຍແດນທີ່ສອງຝ່າຍ ໄດ້ເອກະພາບປັກຫຼັກໝາຍສຳ ເລັດແລ້ວ.

- ນອກນັ້ນສອງຝ່າຍເຫັນດີເປັນ ເອກະພາບໃນການປົກປັກຮັກ ສາຄວາມສະຫງົບ, ຄວາມເປັນ ລະບຽບຮ້ອຍຕາມຊາຍແດນ ຂອງສອງປະເທດ.

ແຕ່ວ່າກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ກຳປູເຈຍ ຄັ້ງນີ້ບໍ່ ໄດ້ລົງນາມຮ່ວມກັນ, ຍ້ອນເຫດ ຜົນສອງຝ່າຍຍັງມີຄວາມຄິດ ເຫັນທີ່ແຕກຕ່າງກັນ ສະນັ້ນສອງຝ່າຍຍັງຈະໄດ້ສືບຕໍ່ລາຍງານຂໍ ທິດຊີ້ນຳຈາກຂັ້ນເທິງຂອງຕົນ ເພື່ອຮ່ວມກັນແກ້ໄຂໂດຍສັນຕິວິທີໂດຍໄວ.

No comments

Powered by Blogger.