ອີຣານກ່າວ: ການປະທ້ວງໃນປະເທດ ທີ່ຍຸຍົງໂດຍສັດຕູພາຍນອກຈົບລົງແລ້ວ - ອິດສະຫຼະ

ອີຣານກ່າວ: ການປະທ້ວງໃນປະເທດ ທີ່ຍຸຍົງໂດຍສັດຕູພາຍນອກຈົບລົງແລ້ວ



ສຳນັກຂ່າວຕ່າງປະເທດລາຍງານ 4 ມັງກອນ 2018 ວ່າ: ພົນຕີ ໂມຮຳໝັດ ອາລີ ຈາຟາຣີ ຜູ້ບັນຊາການກອງກຳລັງປະຕິວັດອີຣານ (IRGC) ກ່າວເມື່ອວັນພຸດທີ່ຜ່ານມາວ່າ: IRGC ສາມາດຢຸດຕິຄວາມພະຍາຍາມໃນປຸກລະດົມ ເພື່ອກໍ່ຄວາມບໍ່ສະຫງົບ ແລະ ຕໍ່ຕ້ານອຳນາດລັດ ທີ່ເປັນການເຄື່ອນໄຫວຜ່ານການປະທ້ວງພາຍໃນວົງຈຳກັດ ຕັ້ງແຕ່ໄລຍະກ່ອນປີໃໝ່, ໂດຍພົນຕີ ຈາຟາຣີ ກ່າວອີກວ່າ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຈັບກຸ່ມຜູ້ກໍ່ຄວາມວຸ້ນວາຍຫຼາຍຮ້ອຍຄົນ ຈາກຈຳນວນຜູ້ສ້າງບັນຫາຕະຫຼອດໄລຍະ 1 ອາທິດທີ່ຜ່ານມາ ເຊິ່ງມີບໍ່ເຖິງ 15,000 ຄົນ.

ເຖິງຢ່າງໃດກໍ່ຕາມ ເພື່ອເປັນການສ້າງຄວາມເຊື່ອໝັ້ນໃນໄລຍະຍາວ ແລະ ເພື່ອປ້ອງກັນການຂັດຂືນ IRGC ໄດ້ເສີມກຳລັງໃນແຂວງຮາມາດານ, ແຂວງອິສຟາຮານ ແລະ ແຂວງລໍເຣສະຖານ, ຂະນະດຽວກັນ ພົນຕີ ຈາຟາຣີ ຕັ້ງຂໍ້ສັງເກດວ່າ ຝ່າຍປຸກປັ້ນຍຸຍົງສົ່ງເສີມໄດ້ໃຊ້ສື່ສັງຄົມອອນລາຍເປັນເຄື່ອງມື ໃນການປຸກລະດົມ ແຕ່ເມື່ອພາກລັດເພີ່ມມາດຕະການຄວບຄຸມ ບັນຫາເຫຼົ່ານັ້ນຫຼຸດລົງຢ່າງຊັດເຈນ.

ເຊິ່ງສະຖານະການການໂຮມຊຸມນຸມ ແມ່ນເພື່ອຂັບໄລ່ລັດຖະບານທີ່ນຳໂດຍທ່ານ ຮັສຊັນ ໂຣຮານີ ປະທານປະເທດ ທີ່ມີສາເຫດມາຈາກຄວາມບໍ່ພໍໃຈຕໍ່ສະຖານະການທາງເສດຖະກິດໃນປະເທດ ແຕ່ບານປາຍເປັນການຕໍ່ຕ້ານລັດຖະບານ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 21 ຄົນ ແຕ່ຍັງບໍ່ຊັດເຈນວ່າ ໄດ້ລວມເຈົ້າໜ້າທີ່ 3 ຄົນ ທີ່ເສຍຊີວິດລະຫວ່າງປະຕິບັດໜ້າທີ່ຄວບຄຸມຝູງຊົນແລ້ວຫຼືບໍ່.

ຂະນະທີ່ທ່ານ ຢາຕອນເລາະ ອາລີ ຄາເມເນອີ ຜູ້ນຳສູງສຸດຂອງອີຣານກ່າວວ່າ ສັດຕູພາຍນອກ ໄດ້ຮ່ວມກັນສ້າງຄວາມວຸ້ນວາຍໃນຄັ້ງນີ້ ໂດຍບໍ່ໄດ້ກ່າວພາດພິງເຖິງຝ່າຍໃດຢ່າງເປີດເຜີຍ,​ ແຕ່ໃນຂະນະດຽວກັນທ່ານ ໂດໂນ ທຣຳ ປະທານປະເທດ ສະຫະລັດ ອາເມຣິກາ ໄດ້ລົງຂໍ້ຄວາມໃນ Twitter ສະໜັບສະໜູນກຸ່ມຜູ້ປະທ້ວງຢ່າງຕໍ່ເນື່ອງ ເຊັ່ນດຽວກັນກັບນາຍົກລັດຖະມົນຕີອິດສະຣາແອນ ທ່ານ ເບນຈາມິນ ເນທັນຢາຮູ ທ່າມກາງການລາຍງານວ່າ ທຳນຽບຂ່າວກຳລັງຮວບຮວມຂໍ້ມູນ ເພື່ອກຽມມາດຕະການຂວໍ້າບາດອີຣານຄັ້ງໃໝ່ ໂດຍເນັ້ນເປົ້າໝາຍໄປທີ່ຜູ້ໃຊ້ຄວາມຮຸນແຮງກັບປະຊາຊົນ.

ແຕ່ທ່າທີຂອງເອີຣົບ ສວນທາງກັບສະຫະລັດ ອາເມຣິກາ ແລະ ອິດສະຣາແອນຢ່າງຊັດເຈນ ໂດຍທ່ານ ເອມມານູເອວ ມາຄຼົງ ປະທານປະເທດຝຣັ່ງກ່າວວ່າ ສະຖານະການທີ່ເກີດຂຶ້ນໃນອີຣານເປັນແຜນຍຸດທະສາດທີ່ຈົງໃຈ ຂອງບຸກຄົນບາງກຸ່ມ ແລະ ການຮັກສາສະຖານະຄູ່ເຈລະຈາກັບລັດຖະບານອີຣານ ເປັນສິ່ງສຳຄັນ, ສ່ວນທ່ານ ຊິກມາ ກາເບຼວ ລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນກ່າວວ່າ ລັດຖະບານເຢຍລະມັນ ຄັດຄ້ານການພະຍາຍາມສ້າງຄວາມແຕກແຍກພາຍໃນອີຣານ ແລະ ບໍ່ເຫັນດີທີ່ຈະເອົາເລື່ອງນີ້ມາເປັນການເມືອງລະຫວ່າງປະເທດ.


No comments

Powered by Blogger.