ປາເລສໄຕກ່າວ ນະຄອນເຢຣູຊາເລມ ບໍ່ໄດ້ມີໄວ້ຂາຍ ຕອບໂຕ້ ປ.ທຣຳ ທີ່ວ່າລືມບຸນຄຸນຈາກເງິນຊ່ວຍເຫຼືອ - ອິດສະຫຼະ

ປາເລສໄຕກ່າວ ນະຄອນເຢຣູຊາເລມ ບໍ່ໄດ້ມີໄວ້ຂາຍ ຕອບໂຕ້ ປ.ທຣຳ ທີ່ວ່າລືມບຸນຄຸນຈາກເງິນຊ່ວຍເຫຼືອ



ສຳນັກຂ່າວຕ່າງປະເທດລາຍງານ 4 ມັງກອນ 2018 ວ່າ: ທ່ານ ນາບິນ ອາບູ ຣູໄດນາ ໂຄສົກທຳນຽບປະທານປະເທດປາເລສໄຕ ກ່າວເມື່ອວັນພຸດທີ່ຜ່ານມາວ່າ: ລັດຖະບານປາເລສໄຕບໍ່ເຄີຍປິດກັ້ນໂອກາດໃນການເຈລະຈາສັນຕິພາບກັບອິດສະຣາແອນ ແຕ່ການປຶກສາຫາລືຕ້ອງຢູ່ບົນພື້ນຖານຂອງກົດໝາຍລະຫວ່າງປະເທດ ແລະ ມະຕິຂອງສະຫະປະຊາຊາດ ທີ່ລະບຸເຖິງການຮັບຮອງອະທິປະໄຕຂອງລັດປາເລສໄຕ ໂດຍມີນະຄອນຫຼວງຄື ນະຄອນເຢຣູຊາເລມຕາເວັນອອກ ພ້ອມທັງກ່າວຢ້ຳວ່າ ນະຄອນສັກສິດແຫ່ງນີ້ຄື "ນະຄອນຫຼວງຕະຫຼອດການ" ຂອງລັດປາເລສໄຕ ທີ່ບໍ່ສາມາດຕີລາຄາເປັນຄຳ ຫຼື ເງິນຫຼາຍພັນລ້ານໂດລາສະຫະລັດໄດ້.

ຂະນະທີ່ທ່ານ ນາງ ຮານານ ອາສຣາວີ ໜຶ່ງໃນເຈົ້າໜ້າທີ່ລະດັບສູງຂອງລັດຖະບານປາເລສໄຕກ່າວວ່າ ທ່ານ ໂດໂນ ທຣຳ  ປະທານປະເທດສະຫະລັດ ອາເມຣິກາ ໄດ້ທຳລາຍຄວາມພະຍາຍາມຂອງຊາວປາເລສໄຕ ໃນການສະແຫວງຫາສັນຕິພາບ, ເສລີພາບ ແລະ ຄວາມຍຸດຕິທຳ ແຕ່ຜັດກ່າວໂທດຊາວປາເລສໄຕ ຈາກການກະທຳທີ່ບໍ່ມີຄວາມຮັບຜິດຊອບຂອງຕົວເອງ ນັບຈາກນີ້ຕໍ່ໄປລັດຖະບານປາເລສໄຕ ຈະບໍ່ມີທາງຕົກເປັນເຄື່ອງມືຂອງການຂົ່ມຂູ່ຂົ່ມເຫງອີກຕໍ່ໄປ.

ທ່າທີ່ດັ່ງກ່າວຂອງເຈົ້າໜ້າທີ່ລະດັບສູງຂອງລັດຖະບານປາເລສໄຕ ເປັນການຕອບໂຕ້ທີ່ທ່ານ ໂດໂນ ທຣຳ ລົງຂໍ້ຄວາມໃນ Twitter ເມື່ອວັນອັງຄານທີ່ຜ່ານມາ ຂູ່ຢຸດຕິການຊ່ວຍເຫຼືອທາງການເງິນໃຫ້ແກ່ປາເລສໄຕ ເນື່ອງຈາກອີກຝ່າຍບໍ່ເຄີຍສະແດງຄວາມສຳນຶກໃນບຸນຄຸນ ຍິ່ງໄປກວ່ານັ້ນຜັດມີທ່າທີບໍ່ຕ້ອງການເຈລະຈາສັນຕິພາບກັບອິດສະຣາແອນອີກຕໍ່ໄປ.

ເຊິ່ງລັດຖະບານສະຫະລັດ ອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນໂຄງການພັດທະນາໃນເຂດເວດແບັງ ແລະ ເຂດກາຊາ ຜ່ານສຳນັກງານຫຼຸດຜ່ອນຄວາມທຸກຍາກ ແລະ ຈັດຫາງານຂອງສະຫະປະຊາຊາດ ສຳລັບຜູ້ລີ້ໄພປາເລສໄຕໃນຕາເວັນອອກໃກ້ (UNRWA) ປະມານປີລະ 400 ລ້ານໂດລາສະຫະລັດ ນັບຕັ້ງແຕ່ປີງົບປະມານ 2008 ແຕ່ຫຼຸດລົງເຫຼືອ 319 ລ້ານໂດລາສະຫະລັດ ເມື່ອປີງົບປະມານ 2016 ເຖິງຢ່າງໃດກໍ່ຕາມທ່ານ ຄຼິສ ກັນເນສ ໂຄສົກຂອງ UNRWA ກ່າວວ່າຍັງບໍ່ໄດ້ຮັບລາຍງານວ່າສະຫະລັດ ອາເມຣິກາ ຢຸດຕິບໍລິຈາກເງິນໃນຈຳນວນນີ້ເທື່ອ.

No comments

Powered by Blogger.