ເຈົ້າໜ້າທີ່ໄທ ຈັບແມ່ຍິງລາວ ປອມແປງກາປະທັບ ເພື່ອກັບປະເທດ - ອິດສະຫຼະ

ເຈົ້າໜ້າທີ່ໄທ ຈັບແມ່ຍິງລາວ ປອມແປງກາປະທັບ ເພື່ອກັບປະເທດ



ສຳນັກຂ່າວໃນໄທລາຍງານ 4 ມັງກອນ 2017 ວ່າ: ຮ້ອຍຕຳຫຼວດເອກ ອະພິຊາດ ຄົນລະທາ ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ທີ່ປະຕິບັດໜ້າທີ່ຢູ່ດ່ານຂົວມິດຕະພາບລາວ-ໄທ 1 ກວ່າວ່າ: ຈາກການປະຕິບັດໜ້າທີ່ຕາມປົກກະຕິ ໄດ້ມີນາງ ແອນນີ ບໍ່ມີນາມສະກຸນ ອາຍຸ 29 ປີ ຄົນບ້ານວຽງແກ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສປປ.ລາວ ໄດ້ນຳໜັງສືຜ່ານແດນມາສະແດງຕໍ່ເຈົ້າໜ້າທີ່ຂໍເດີນທາງອອກນອກປະເທດ ແຕ່ເຈົ້າໜ້າທີ່ພົບຄວາມຜິດປົກກະຕິໃນໜັງສືຜ່ານແດນ ຈຶ່ງໄດ້ຄວບຄຸມຕົວນາງ ແອນນີ ໄວ້ກອ່ນ  ແລະ ໄດ້ສົ່ງຕົວໄປສືບສວນ.


ຈາກການສືບສວນ ໜັງສືຜ່ານແດນຂອງນາງ ແອນນີ ພົບວ່າມີການປອມແປງຮອຍກາເລກໜັງສືເດີນທາງ P1431050 ເຊິ່ງໄປກົງກັບຮອຍກາເລກໜັງສືຜ່ານແດນຂອງນາງ ອຳພອນ ອິນສົມເຮືອງ ຄົນລາວ ທີ່ໃຊ້ໜັງສືຜ່ານແດນ ເລກທີ່ນີ້ຜ່ານທາງດ່ານກວດຄົນເຂົ້າເມືອງ 3 ຈັນທະບູລີ.

ເບື້ອງຕົ້ນນາງ ແອນນີ ໃຫ້ການຮັບສາລະພາບວ່າ ໄດ້ເດີນທາງໄປເຮັດວຽກຢູ່ບາງກອກ ແລະ ຢູ່ເກີນກຳນົດ 251 ວັນ ແຕ່ຕ້ອງການກັບປະເທດ ຈຶ່ງສອບຖາມໝູ່ຮ່ວມງານນຳກັນ ແລະ ມີນາງ ນ້ອຍ ຄົນລາວ ບອກວ່າສາມາດເຮັດໜັງສືຜ່ານແດນທີ່ມີກາປະທັບຄືກັບຂອງແທ້ໃຫ້ໄດ້ ຕົນຈຶ່ງຈ່າຍຄ່າຈ້າງເຮັດໃຫ້ເຮັດໃຫ້ 1,500 ບາດ ເພື່ອໃຫ້ເບິ່ງຄືກັບວ່າມີການເຂົ້າອອກປະເທດຫຼາຍຄັ້ງ ບໍ່ໄດ້ຢູ່ເກີນກຳນົດຈົນດົນຜິດສັງເກດ ແຕ່ກໍ່ມາຖືກຈັບໄດ້ໃນທີ່ສຸດ ເຊິ່ງເຈົ້າໜ້າທີ່ໄດ້ແຈ້ງຂໍ້ຫາ ປອມກາປະທັບ, ຮອຍກາ ຫຼື ແຜ່ນກວດລົງກາຂອງເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະ ຈະໄດ້ມີການສືບສວນຂະຫຍາຍຜົນການຈັບກຸມຜູ້ລັກລອບເຮັດກາປະທັບຂອງທາງການຕໍ່ໄປ.



ຈາກ: กรุงเทพธุรกิจ


No comments

Powered by Blogger.