ລັດຖະບານມຽນມາ ກຽມປະກາດຂຶ້ນຄ່າແຮງຂັ້ນຕ່ຳ 33% - ອິດສະຫຼະ

ລັດຖະບານມຽນມາ ກຽມປະກາດຂຶ້ນຄ່າແຮງຂັ້ນຕ່ຳ 33%



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 3 ມັງກອນ 2018 ວ່າ: ລັດຖະບານມຽນມາ ພາຍໃຕ້ການນຳພາຂອງທ່ານ ນາງ ອອງ ຊານ ຊູຈີ ກຽມປະກາດຂຶ້ນອັດຕາຄ່າແຮງຂັ້ນຕ່ຳ 33% ເປັນມື້ລະ 4,800 ຈາດ (ປະມານ 30,000 ກີບ) ເຊິ່ງອັດຕາຄ່າແຮງຂັ້ນຕ່ຳລາຍວັນທີ່ປັບຂຶ້ນໃໝ່ນີ້ ຖືເປັນຄັ້ງທຳອິດນັບຕັ້ງແຕ່ເລີ່ມມີການບັງຄັບໃຊ້ກົດໝາຍຄ່າແຮງຂັ້ນຕ່ຳໃນປີ 2015 ໂດຍລັດຖະບານຊຸດທີ່ຜ່ານມາທີ່ນຳໂດຍທ່ານ ເຕັງ ເສັງ ອະດີດປະທານປະເທດ, ອັດຕາຄ່າແຮງຂັ້ນຕ່ຳໃໝ່ນີ້ ຈະມີຜົນບັງຄັບໃຊ້ທົ່ວປະເທດ ແລະ ຕໍ່ທຸກຫົວໜ່ວຍທຸລະກິດທີ່ມີແຮງງານຕັ້ງແຕ່ 10 ຄົນຂຶ້ນໄປ.

ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານ ນາງ ຊູຈີ ທີ່ໄດ້ຈັດຕັ້ງລັດຖະບານໃນເດືອນ ເມສາ 2016 ປະກາດໃຫ້ເສດຖະກິດເປັນເປົ້າໝາຍຫຼັກຂອງການພັດທະນາປະເທດ ແຕ່ນັກວິຈານກ່າວວ່າ ລັດຖະບານຊຸດດັ່ງກ່າວບໍ່ມີຄວາມຄືບໜ້າຢ່າງຊັດເຈນ ເພາະພົບກັບອຸປະສັກໃນການອອກກົດໝາຍ ທີ່ຈະເຮັດໃຫ້ມຽນມາເປັນປະເທດທີ່ງ່າຍຕໍ່ການລົງທຶນ ຫຼື ບໍ່ມີວິໄສທັດທາງເສດຖະກິດທີ່ຊັດເຈນ.

ຈາກຂໍ້ມູນຂອງກອງທຶນລະຫວ່າງປະເທດ (IMF) ທີ່ເຜີຍແຜ່ໃນເດືອນພຶດສະພາ ປີທີ່ຜ່ານມາ ອັດຕາການເຕີບໃຫຍ່ທາງເສດຖະກິດມຽນມາຫຼຸດລົງມາເຫຼືອ 5.9% ໃນປີ 2017 ແລະ ຄາດວ່າຈະຟື້ນຕົວສູ່ລະດັບ 6.7% ໃນປີນີ້.

ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີຂອງຄົນມຽນມາ ຢູ່ທີ່ 1,140 ໂດລາສະຫະລັດ ແລະ ປະມານ 37% ຂອງປະຊາກອນທົ່ວປະເທດ 51 ລ້ານຄົນ ຍັງມີຊີວິດຢູ່ໃກ້ ຫຼື ລຸ່ມເສັ້ນຂີດຄວາມທຸກຍາກ ແລະ ໃນເດືອນຕຸລາ ປີທີ່ຜ່ານມາ ທະນາຄານໂລກປະເມີນວ່າ ການເຕີບໃຫຍ່ທາງເສດຖະກິດ ແລະ ການລົງທຶນໃນມຽນມາຈະຫຼຸດລົງ ແຕ່ເສດຖະກິດໂດຍລວມຍັງໝັ້ນຄົງ.

No comments

Powered by Blogger.