ເກີດເຫດລະເບີດຢ່າງຮຸນແຮງ ທີ່ປະເທດຫວຽດນາມ ເສຍຊີວິດ 2 ຄົນ - ອິດສະຫຼະ

ເກີດເຫດລະເບີດຢ່າງຮຸນແຮງ ທີ່ປະເທດຫວຽດນາມ ເສຍຊີວິດ 2 ຄົນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 3 ມັງກອນ 2018 ທີ່ຜ່ານມາວ່າ: ເຈົ້າໜ້າທີ່ກຳລັງສືບສວນຫາສາເຫດ ການລະເບີດໃນເຂດຊຸມຊົນຂອງເມືອງເຢິນຟອງ ແຂວງບັກນິນ ຕິດກັບນະຄອນຫຼວງຮາໂນຍດ້ານຕາເວັນອອກ ເມື່ອເວລາປະມານ 4:30 ໂມງ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ບາດເຈັບ 8 ຄົນ ແລະ ເຮັດໃຫ້ອາຄານບ້ານເຮືອນພັງເສຍຫາຍຢ່າງໜ້ອຍ 4 ຫຼັງ.

ແມ່ຍິງຄົນໜຶ່ງທີ່ຢູ່ໃກ້ຄຽງຈຸດເກີດເຫດເລົ່າວ່າ: ໄດ້ຍິນສຽງດັງສະນັ່ນຢ່າງຮຸນແຮງເມື່ອຕອນເຊົ້າມືດ ເຮັດໃຫ້ລາວສະດຸ້ງຕື່ນຈາກການນອບຫຼັບ ແລະ ຮີບກອດລູກສາວໄວ້ ຕອນທຳອິດລາວຄິດວ່າແມ່ນຟ້າຜ່າລົງຫຼັງຄາເຮືອນຂອງລາວ ແຮງລະເບີດເຮັດໃຫ້ປະຕູຫ້ອງນອນພັງລົງມາທັບລາວ ແລະ ລູກ ແຕ່ບໍ່ໄດ້ຮັບບາດເຈັບຮຸນແຮງ.


ຈາກການເປີດເຜີຍຂອງເຈົ້າໜ້າທີ່ທ້ອງຖິ່ນລາຍໜຶ່ງກ່າວວ່າ: ຈຸດທີ່ເກີດລະເບີດຢູ່ໃນເຂດທີ່ພັກອາໄສຂອງກຸ່ມຄົນເກັບຂີ້ເຫຍື້ອ ແລະ ເສດເຫຼັກ, ເສດໂລຫະຈາກອາວຸດຕ່າງໆ ລວມທັງລະເບີດທີ່ຕົກຄ້າງຈາກສົງຄາມຫວຽດນາມ ທີ່ມີກະແຈກກະຈາຍຢູ່ທົ່ວປະເທດຫວຽດນາມ ມັກເຮັດໃຫ້ເກີດເຫດລັກສະນະນີ້ຫຼາຍຄັ້ງ.

ນັບຕັ້ງແຕ່ສົງຄາມຫວຽດນາມຢຸດຕິລົງໃນປີ 1975 ຈົນເຖິງປັດຈຸບັນປະຊາຊົນໃນຫວຽດນາມເສຍຊີວິດກວ່າ 42,000 ຄົນ ແລະ ບາດເຈັບກວ່າ 62,100 ຄົນ ຈາກລະເບີດບໍ່ທັນແຕກ ທີ່ກອງທັບສະຫະລັດ ອາເມຣິກາ ນຳໄປຖິ້ມໂຈມຕີຫວຽດນາມໃນສະໄໝນັ້ນ.




No comments

Powered by Blogger.