ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2018 ມີອຸປະຕິເຫດ 120 ກໍລະນີ ຕາຍ 19 ຄົນ - ອິດສະຫຼະ

ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2018 ມີອຸປະຕິເຫດ 120 ກໍລະນີ ຕາຍ 19 ຄົນ



ສຳນັກຂ່າວສານປະເທດລາວລາຍງານ 3 ມັງກອນ 2017 ວ່າ: ອີງຕາມການລາຍງານຂອງເຈົ້າໜ້າທີ່ ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ ໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຕ້ອຮັບປີໃໝ່ ໃນລະຫວ່າງວັນທີ 31 ທັນວາ 2017 - 1 ມັງກອນ 2018  ທົ່ວປະເທດມີອຸປະຕິເຫດເກີດຂຶ້ນຕາມທ້ອງຖະໜົນເຖິງ 120 ກໍລະນີ, ມີຜູ້ເສຍຊີວິດ 19 ຄົນ, ບາດເຈັບ 196 ຄົນ ແລະ ພາຫະນະເປ່ເພ 219 ຄັນ, ທຽບໃສ່ປີທີ່ຜ່ານມາເຫັນວ່າເພີ່ມຂຶ້ນ 23 ກໍລະນີ, ເສຍຊີວິດເພີ່ມຂຶ້ນ 8 ລາຍ, ສາເຫດສ່ວນໃຫຍ່ແມ່ນເກີດຈາກການເມົາແລ້ວຂັບ ແລະ ຂັບຂີ່ໄວເກີນກຳນົດ.

• ແຂວງທີ່ເກີດອຸປະຕິເຫດຫຼາຍກວ່າໝູ່ແມ່ນ
-  ນະຄອນຫຼວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 17 ລາຍ,​ ເສຍຊີວິດ 1 ຄົນ, ບາດເຈັບ 22 ລາຍ ແລະ ພາຫະນະເປ່ເພ 33 ຄັນ
- ແຂວງໄຊຍະບູລີ ມີອຸປະຕິເຫດເກີດຂຶ້ນ 11 ລາຍ, ເສຍຊີວິດ 4 ຄົນ,
- ແຂວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 11 ລາຍ
- ແຂວງສະຫວັນນະເຂດ ມີອຸປະຕິເຫດເກີດຂຶ້ນ 8 ລາຍ
- ແຂວງອຸດົມໄຊ ມີອຸປະຕິເຫດເກີດຂຶ້ນ 7 ລາຍ, ເສຍຊີວິດ 4 ຄົນ
- ແຂວງຈຳປາສັກ ມີອຸປະຕິເຫດເກີດຂຶ້ນ 7 ລາຍ, ເສຍຊີວິດ 3 ຄົນ
- ແຂວງສາລະວັນ ມີອຸປະຕິເຫດເກີດຂຶ້ນ 6 ລາຍ
- ແຂວງບໍ່ແກ້ວ ມີອຸປະຕິເຫດເກີດຂຶ້ນ 4 ລາຍ
- ແລະ ອື່ນໆ

ສະເພາະນະຄອນຫຼວງວຽງຈັນ, ອຸປະຕິເຫດເກີດຂຶ້ນຕາມທ້ອງຖະໜົນເຫັນວ່າຫຼຸດລົງ ທຽບໃສ່ປີທີ່ຜ່ານມາ, ຍ້ອນວ່າເຈົ້າໜ້າທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ ກຳລັງຈະລາຈອນໄດ້ປ້ອງກັນຕາມຈຸດ, ຕາມປ້ອມຕ່າງໆ ເພື່ອຮັບປະກັນບໍ່ໃຫ້ມີການສັນຈອນແອອັດ ຢູ່ຕາມເສັ້ນທາງຕົວເມືອງ, ໂດຍນຳໃຊ້ມາດຕະການບັງຄັບໃຊ້ກົດໝາຍເຊັ່ນ: ການຄວບຄຸມຄວາມໄວ, ການກວດທາດເຫຼົ້າ ແລະ ຕັ້ງຈຸດກວດກາ ເພື່ອກ່າວເຕືອນຜູ້ລະເມີດກົດຈະລາຈອນ.

No comments

Powered by Blogger.