ເກົາຫຼີເໜືອ ປະກາດຟື້ນຟູຊ່ອງທາງການຕິດຕໍ່ກັບເກົາຫຼີໃຕ້ອີກຄັ້ງ ຫຼັງຈາກປິດມາໄດ້ 2 ປີ - ອິດສະຫຼະ

ເກົາຫຼີເໜືອ ປະກາດຟື້ນຟູຊ່ອງທາງການຕິດຕໍ່ກັບເກົາຫຼີໃຕ້ອີກຄັ້ງ ຫຼັງຈາກປິດມາໄດ້ 2 ປີ



ສຳນັກຂ່າວຕ່າງປະເທດລາຍງານ 3 ມັງກອນ 2018 ວ່າ: ທ່ານ ຣີ ຊອນ-ກະວອນ ຜູ້ອຳນວຍການສຳນັກງານກິດຈະການເກົາຫຼີຂອງລັດຖະບານເກົາຫຼີເໜືອ ກ່າວຜ່ານສຳນັກຂ່າວກາງເກົາຫຼີ (KCNA) ວ່າ ເພື່ອໃຫ້ສອດຄ່ອງກັບການຕັດສິນໃຈຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຄົນປັດຈຸບັນ, ເກົາຫຼີເໜືອຈະມີການຕິດຕໍ່ຢ່າງໃກ້ຊິດ ແລະ ຈິງໃຈກັບເກົາຫຼີໃຕ້ ເພື່ອນຳໄປສູ່ການປຶກສາຫາລືລະຫວ່າງເຈົ້າໜ້າທີ່ລະດັບສູງກ່ຽວກັບ ຄວາມເປັນໄປໄດ້ໃນການທີ່ນັກກີລາຂອງເກົາຫຼີເໜືອ ຈະເຂົ້າຮ່ວມການແຂ່ງຂັນໂອລິມປິກລະດູໜາວທີ່ເກົາຫຼີໃຕ້ເປັນເຈົ້າພາບ ໃນເດືອນກຸມພາ 2018 ນີ້.


ເຖິງແມ່ນວ່າທ່ານ ຣີ ບໍ່ໄດ້ກ່າວຢ່າງຊັດເຈນວ່າ ການເຈລະຈາຮ່ວມກັບເກົາຫຼີໃຕ້ໝາຍເຖິງການພົບປະທີ່ບ້ານປັນມຸນຈອມ ເຊິ່ງຕັ້ງຢູ່ລະຫວ່າງກາງຂອງເຂດປອດທະຫານ (DMZ) ໃນວັນອັງຄານທີ 9 ມັງກອນ 2018 ນີ້ ຕາມການສະເໜີຂອງກະຊວງລວມຊາດຂອງເກົາຫຼີໃຕ້ຫຼືບໍ່ນັ້ນ, ແຕ່ລັດຖະບານເກົາຫຼີເໜືອ ຈະເປີດຊ່ອງທາງການຕິດຕໍ່ ລະຫວ່າງສອງປະເທດບໍລິເວນຊາຍແດນຮ່ວມເຂດບ້ານປັນມຸນຈອມ ໃນເວລາ 15:00 ໂມງ ຕາມເວລາທ້ອງຖິ່ນຂອງເກົາຫຼີເໜືອ, ເຊິ່ງເກົາຫຼີເໜືອໄດ້ປິດຊ່ອງທາງຕິດຕໍ່ດັ່ງກ່າວ ທີ່ເປັນໂທລະສັບສາຍດ່ວນ ໄດ້ຕັ້ງແຕ່ເດືອນກຸມພາ 2016 ເພື່ອປະທ້ວງທີ່ເກົາຫຼີໃຕ້ໃນສະໄໝຂອງທ່ານ ນາງ ປາກ ກຶນ-ເຮ ເປັນຜູ້ນຳໄດ້ສັ່ງປິດນິຄົມອຸດສາຫະກຳແກຊອງ ເຊິ່ງເປັນເຂດການຮ່ວມມືທາງເສດຖະກິດແຫ່ງດຽວລະຫວ່າງສອງເກົາຫຼີ.

ນອກຈາກນີ້ KCNA ຍັງອ້າງເຖິງຄຳກ່າວຂອງທ່ານ ຣີ ວ່າ ທ່ານ ຄິມ ຈອງ-ອຶນ ມີຄວາມຍີນດີເປັນຢ່າງຍິ່ງ ຕໍ່ການທີ່ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ສະໜັບສະໜູນທ່າທີ່ຜູກມິດກັບເກົາຫຼີເໜືອ. ໂດຍທ່ານ ຄິມ ຈອງ-ອຶນ ໄດ້ກ່າວເມື່ອວັນປີໃໝ່ສາກົນທີ່ຜ່ານມາວ່າ: ໂອລິມປິກລະດູໜາວທີ່ເມືອງປຽງຊາງ ຂອງເກົາຫຼີໃຕ້ ຖືເປັນໂອກາດອັນດີໃນການສະແດງຄວາມສາມັກຄີ ລະຫວ່າງສອງເກົາຫຼີ ແລະ ເກົາຫຼີເໜືອພ້ອມເປີດກວ້າງໃນການເຈລະຈາກັບເກົາຫຼີໃຕ້ໃນເລື່ອງນີ້.


No comments

Powered by Blogger.