ສ.ອາເມຣິກາ ປະກາດຕັດຂາດການຊ່ວຍເຫຼືອທາງການທະຫານແກ່ ປາກິດສະຖານ - ອິດສະຫຼະ

ສ.ອາເມຣິກາ ປະກາດຕັດຂາດການຊ່ວຍເຫຼືອທາງການທະຫານແກ່ ປາກິດສະຖານ



ສຳນັກຂ່າວຕ່າງປະເທດລາຍງານ 3 ມັງກອນ 2018 ວ່າ: ທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດ ກ່າວເມື່ອວັນອັງຄານທີ່ຜ່ານມາວ່າ: ລັດຖະບານສະຫະລັດ ອາເມຣິກາ ໄດ້ຕັດສິນໃຈຢຸດຕິການຊ່ວຍເຫຼືອທາງທະຫານມູນຄ່າ 255 ລ້ານໂດລາສະຫະລັດ ໃຫ້ແກ່ປາກິດສະຖານ ເນື່ອງຈາກລັດຖະບານປາກິດສະຖານທຳຕົນເປັນ "ນົກສອງຫົວ" ດ້ວຍການໃຫ້ທີ່ພັກເຊົາແກ່ກຸ່ມກໍ່ການຮ້າຍ ໃນຂະນະທີ່ອີກດ້ານໜຶ່ງສະແດງບົດບາດເປັນພັນທະມິດດ້ານການຕໍ່ຕ້ານການກໍ່ການຮ້າຍຂອງສະຫະລັດ ອາເມຣິກາ.


ຂະນະທີ່ທ່ານ ນາງ ຊາຣາ ແຊນເດີ ໂຄສົກທຳນຽບຂ່າວກ່າວວ່າ ປາກິດສະຖານສາມາດເຮັດໄດ້ຫຼາຍກວ່ານີ້ ເພື່ອຢຸດຢັ້ງການກໍ່ການຮ້າຍ ແລະ ສະຫະລັດ ອາເມຣິກາຫວັງເປັນຢ່າງຍິ່ງວ່າ ລັດຖະບານປາກິດສະຖານຈະມີການເຄື່ອນໄຫວຢ່າງມີປະສິດທິພາບໃນອະນາຄົດອັນໃກ້ນີ້. ດ້ານຖະແຫຼງການໂດຍສະພາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ອາເມຣິກາລະບຸວ່າ ປາກິດສະຖານບໍ່ໄດ້ສະໜັບສະໜູນນະໂຍບາຍຍຸດທະສາດດ້ານຄວາມໝັ້ນຄົງຂອງສະຫະລັດ ອາເມຣິກາໃນອາຊີໃຕ້ຢ່າງພຽງພໍ.

ເຖິງຢ່າງໃດກໍ່ຕາມທ່ານ ຊາຮິດ ຄາກັນ ອັບບາຊີ ຜູ້ນຳລັດຖະບານປາກິດສະຖານຄົນປັດຈຸບັນລະບຸວ່າ: ທ່າທີຂອງລັດຖະບານສະຫະລັດ ອາເມຣິກາຊຸດປັດຈຸບັນນັ້ນ ຍາກເກີນກວ່າຈະເຂົ້າໃຈໄດ້ ເນື່ອງຈາກຂັດແຍ່ງກັບຄວາມເປັນຈິງຢ່າງຊັດເຈນ ໂດຍນັບຕັ້ງແຕ່ສົງຄາມຕໍ່ຕ້ານການກໍ່ການຮ້າຍເປີດສາກຂຶ້ນໃນປີ 2003 ພົນລະເມືອງປາກິດສະຖານເສຍຊີວິດຫຼາຍກວ່າ 62,000 ຄົນ ແລະ ປາກິດສະຖານໝົດງົບປະມານໄປກັບບັນຫາດັ່ງກ່າວກວ່າ 123,000 ລ້ານໂດລາສະຫະລັດ, ການຊ່ວຍເຫຼືອ 33,000 ລ້ານໂດລາສະຫະລັດ ຈາກລັດຖະບານສະຫະລັດ ອາເມຣິກາເປັນພຽງສ່ວນໜຶ່ງເທົ່ານັ້ນ.

ເມື່ອວັນຈັນທີ່ຜ່ານມາທ່ານ ຄູຣາມ ຄັສເກຍ-ຂານ ລັດຖະມົນຕີກະຊວງປ້ອງກັນປະເທດປາກິດສະຖານກ່າວວ່າ: ລັດຖະບານປາກິດສະຖານຖືເປັນໜຶ່ງໃນພັນທະມິດຕໍ່ຕ້ານການກໍ່ການຮ້າຍ ຂອງສະຫະລັດ ອາເມຣິກາມາຕະຫຼອດ ແຕ່ສິ່ງທີ່ປາກິດສະຖານໄດ້ຮັບກັບຄືນມາມີພຽງ "ຄວາມບໍ່ໄວ້ວາງໃຈ ແລະ ຄຳຫຼອກຫຼວງ" ເທົ່ານັ້ນ. ຂະນະທີ່ທ່ານ ຄາວາຈາ ມູຮຳເໝັດ ອາຊິບ ລັດຖະມົນຕີກະຊວງການຕ່າງປະເທດປາກິດສະຖານກ່າວວ່າ ລັດຖະບານປາກິດສະຖານພ້ອມທີ່ຈະສະແດງໃຫ້ເຫັນທຸກລາຍການໃຊ້ຈ່າຍທີ່ມາຈາກການຊ່ວຍເຫຼືອທີ່ໄດ້ຮັບຈາກສະຫະລັດ ອາເມຣິກາ ແລະ ພ້ອມທັງກ່າວວ່າ ການສະແດງທ່າທີດັ່ງກ່າວຂອງສະຫະລັດ ອາເມຣິການັ້ນ ຄືການສະແດງຄວາມຜິດຫວັງທີ່ແພ້ສົງຄາມໃນອາຟະການິດສະຖານ ດ້ວຍການໂຍນຄວາມຜິດໃຫ້ກັບປາກິດສະຖານ ທ່າທີ່ດັ່ງກ່າວຂອງເຈົ້າໜ້າທີ່ລັດລະດັບສູງຂອງປາກິດສະຖານ ຖືເປັນການຕອບໂຕ້ທີ່ທ່ານ ໂດໂນ ທຣຳ ໄດ້ລົງຂໍ້ຄວາມໃນ Twitter ໃນມື້ທຳອິດຂອງປີ 2018.

ເຊິ່ງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໄດ້ລົງຂໍ້ຄວາມໃນ Twiiter ເມື່ອວັນຈັນ (1 ມັງກອນ) ທີ່ຜ່ານມາວ່າ: "ສະຫະລັດ ອາເມຣິກາ "ໂງ່ຈ້າຫຼາຍ" ທີ່ໃຫ້ການຊ່ວຍເຫຼືອດ້ານການເງິນໃຫ້ແກ່ລັດຖະບານປາກິດສະຖານເຖິງ 33,000 ລ້ານໂດລາສະຫະລັດ ຕະຫຼອດເວລາ 15 ປີທີ່ຜ່ານມາ ແຕ່ສິ່ງທີ່ລັດຖະບານສະຫະລັດ ອາເມຣິກາໄດ້ຮັບກັບຄືນມາເປັນພຽງຄຳຂີ້ຕົວະ ແລະ ການຫຼອກລວງ".


No comments

Powered by Blogger.