ປ.ທຣຳກ່າວ: ປຸ່ມນິວເຄຼຍບໍ່ໄດ້ມີແຕ່ເກົາຫຼີເໜືອ ທີ່ສຳຄັນຂອງ ສ.ອາເມຣິກາໃຫຍ່ກວ່າ ແລະ ໃຊ້ໄດ້ຈິງ - ອິດສະຫຼະ

ປ.ທຣຳກ່າວ: ປຸ່ມນິວເຄຼຍບໍ່ໄດ້ມີແຕ່ເກົາຫຼີເໜືອ ທີ່ສຳຄັນຂອງ ສ.ອາເມຣິກາໃຫຍ່ກວ່າ ແລະ ໃຊ້ໄດ້ຈິງ



ສຳນັກຂ່າວຕ່າງປະເທດລາຍງານ 3 ມັງກອນ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ລົງຂໍ້ຄວາມໃນ Twitter ເມື່ອວັນອັງຄານທີ່ຜ່ານມາວ່າ: ທ່ານ ຄິມ ຈອງ-ອຶນ ກ່າວເມື່ອບໍ່ດົນມານີ້ວ່າ "ມີປຸ່ມນິວເຄຼຍຢູ່ເທິງໂຕະເຮັດວຽກຕະຫຼອດເວລາ" ແຕ່ຈະມີໃຜໃນປະເທດທີ່ອຶດຫິວແຫ່ງນັ້ນເຄີຍບອກຜູ້ນຳຂອງຕົວເອງແນ່ຫຼືບໍ່ວ່າ ປະທານປະເທດສະຫະລັດ ອາເມຣິກາກໍ່ມີປຸ່ມນິວເຄຼຍທີ່ວ່ານັ້ນຄືກັນ ແລະ ຍັງໃຫຍ່ກວ່າ, ມີພະລັງເໜືອກວ່າ ແລະ ທີ່ສຳຄັນໃຊ້ງານໄດ້ຈິງ".

ທ່າທີດັ່ງກ່າວຂອງທ່ານ ທຣຳ ເກີດຂຶ້ນພາຍຫຼັງທີ່ຜູ້ນຳສູງສຸດຂອງເກົາຫຼີເໜືອກ່າວເຖິງສະຫະລັດ ອາເມຣິກາ ໃນການຖະແຫຼງເມື່ອວັນປີໃໝ່ສາກົນທີ່ຜ່ານມາວ່າ ລັດສະໜີຂອງຂີປະນາວຸເກົາຫຼີເໜືອຄວບຄຸມທົ່ວດິນແດນຂອງສະຫະລັດ ອາເມຣິກາ ແລະ ປຸ່ມນິວເຄຼຍຢູ່ເທິງໂຕະຂອງຕົນຕະຫຼອດເວລາ ນັ້ນຄືຄວາມຈິງບໍ່ແມ່ນພຽງການຂົ່ມຂູ່.


No comments

Powered by Blogger.