ເກົາຫຼີໃຕ້ ຊົມເຊີຍເກົາຫຼີເໜືອ ທີ່ພ້ອມສ້າງຄວາມສາມັກຄີ ຈະເປີດເຈລະຈາ 9 ມັງກອນນີ້ ຖ້າເກົາຫຼີເໜືອຕອບຮັບ - ອິດສະຫຼະ

ເກົາຫຼີໃຕ້ ຊົມເຊີຍເກົາຫຼີເໜືອ ທີ່ພ້ອມສ້າງຄວາມສາມັກຄີ ຈະເປີດເຈລະຈາ 9 ມັງກອນນີ້ ຖ້າເກົາຫຼີເໜືອຕອບຮັບ



ສຳນັກຂ່າວຕ່າງປະເທດລາຍງານ 2 ມັງກອນ 2018 ວ່າ: ທຳນຽບປະທານປະເທດເກົາຫຼີໃຕ້ອອກຖະແຫຼງການເມື່ອວັນຈັນທີ່ຜ່ານມາວ່າ: ລັດຖະບານເກົາຫຼີໃຕ້ມີຄວາມຍິນດີເປັນຢ່າງຍິ່ງ ເມື່ອໄດ້ຮັບຊາບເຖິງຄວາມພ້ອມຂອງເກົາຫຼີເໜືອ ໃນການສົ່ງນັກກີລາເຂົ້າຮ່ວມການແຂ່ງຂັນໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ແລະ ການຟື້ນຟູການເຈລະຈາກັນໃນຫຼາຍບັນຫາທີ່ຍັງຂັດແຍ່ງກັນ ເພື່ອປົວແປງສາຍພົວພັນລະຫວ່າງສອງເກົາຫຼີ ເຖິງແມ່ນວ່າເກົາຫຼີໃຕ້ຍັງບໍ່ໄດ້ຄາດຫວັງວ່າການເຈລະຈາຄັ້ງໃໝ່ກັບເກົາຫຼີເໜືອຈະເກີດຂຶ້ນໃນໄວໆນີ້ກໍ່ຕາມ.

ການສະແດງທ່າທີດັ່ງກ່າວຂອງເກົາຫຼີໃຕ້ ຖືເປັນການຕອບສະໜອງຕໍ່ຄຳຖະແຫຼງເນື່ອງໃນໂອກາດວັນໃໝ່ສາກົນຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ກ່າວໃນຕອນໜຶ່ງວ່າ: ໂອລິມປິກລະດູໜາວທີ່ກຳລັງຈະເກີດຂຶ້ນໃນເກົາຫຼີໃຕ້ ຖືເປັນໂອກາດອັນດີໃນການສະແດງຄວາມສາມັກຄີລະຫວ່າງສອງເກົາຫຼີ ແລະ ລັດຖະບານເກົາຫຼີເໜືອຫວັງເປັນຢ່າງຍິ່ງວ່າ ການເປັນເຈົ້າພາບຈັດການແຂ່ງຂັນໂດຍເກົາຫຼີໃຕ້ ຈະປະສົບຜົນສຳເລັດຢ່າງຈົບງາມ, ເຖິງຢ່າງໃດກໍ່ຕາມທ່ານ ຄິມ ຈອງ-ອຶນ ກ່າວເຖິງບັນຫາຄວາມຂັດແຍ່ງກັບສະຫະລັດ ອາເມຣິກາວ່າ ອາເມຣິກາບໍ່ສາມາດເປັນຝ່າຍໂຈມຕີເກົາຫຼີເໜືອໄດ້ ເພາະຂີປະນາວຸດຂອງເກົາຫຼີເໜືອຄວບຄຸມທົ່ວທຸກພື້ນທີ່ຂອງອາເມຣິກາແລ້ວ ແລະ ຄຳກ່າວທີ່ວ່າ "ປຸ່ມກົດສັ່ງຍິງນິວເຄຼຍ" ວາງຢູ່ເທິງໂຕະຂອງຕົນນັ້ນ ຄືຄວາມຈິງບໍ່ແມ່ນການຂົ່ມຂູ່.

ຂະນະທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຍັງບໍ່ສະແດງທ່າທີຕໍ່ຄຳຖະແຫຼງດັ່ງກ່າວຂອງຜູ້ນຳເກົາຫຼີເໜືອ ໂດຍກ່າວພຽງວ່າ "ແລ້ວຈະໄດ້ເຫັນນຳກັນ" ດ້ານແຫຼ່ງຂ່າວໃນກະຊວງການຕ່າງປະເທດສະຫະລັດ ອາເມຣິກາວິຈານວ່າ ຄຳຖະແຫຼງຂອງທ່ານ ຄິມ ຈອງ-ອຶນ ແຝງໄປດ້ວຍການພະຍາຍາມທຳລາຍສາຍພົວພັນລະຫວ່າງເກົາຫຼີໃຕ້ ກັບ ອາເມຣິກາ.


ຂະນະດຽວກັນໃນວັນທີ 2 ມັງກອນນີ້, ທ່ານ ໂຊ ມະຢອງ-ກະຢອນ ລັດຖະມົນຕີກະຊວງລວມຊາດເກົາຫຼີໃຕ້ຖະແຫຼງວ່າ ເກົາຫຼີໃຕ້ມີມະຕິສະເໜີຈັດຕັ້ງການເຈລະຈາລະຫວ່າງເຈົ້າໜ້າທີ່ລະດັບສູງຮ່ວມກັນກັບເກົາຫຼີເໜືອ ໃນວັນອັງຄານທີ່ 9 ມັງກອນ 2018 ນີ້ ທີ່ບ້ານປັນມຸນຈອມ ເຊິ່ງຕັ້ງຢູ່ລະຫວ່າງກາງຂອງເຂດປອດທະຫານ (DMZ) ໂດຍຫາກໄດ້ຮັບການຕອບສະໜອງຈາກເກົາຫຼີເໜືອ ຈະຖືເປັນການເຈລະຈາຄັ້ງທຳອິດນັບຕັ້ງແຕ່ ການພົບປະຫາລືກັນເມື່ອເດືອນທັນວາ 2015.

ທ່ານ ໂຊ ຍັງໄດ້ເປີດເຜີຍເຖິງເນື້ອໃນສຳຄັນຂອງການເຈລະຈາວ່າ: ຈະກ່ຽວກັບການເຊີນເກົາຫຼີເໜືອເຂົ້າຮ່ວມການແຂ່ງຂັນໂອລິມປິກລະດູໜາວ ທີ່ເມືອງປຽງຊາງຂອງເກົາຫຼີໃຕ້ ທີ່ຈະຈັດຂຶ້ນໃນເດືອນກຸມພາ 2018 ນີ້, ແຕ່ມີຄວາມເປັນໄປໄດ້ສູງທີ່ຈະຍົກບັນຫາອື່ນໆຂຶ້ນມາເຈລະຈາເຊັ່ນກັນ, ໂດຍທ່ານ ໂຊ ກ່າວຢ້ຳວ່າ ເກົາຫຼີໃຕ້ພ້ອມເຈລະຈາກັບເກົາຫຼີເໜືອສະເໝີ "ທຸກຮູບແບບ" ແລະ "ບໍ່ວ່າເມື່ອໃດກໍ່ຕາມ".

ຫວນຄືນກັບໄປເມື່ອທ້າຍປີທີ່ຜ່ານມາ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ໄດ້ກ່າວວ່າ: ເກົາຫຼີໃຕ້ພ້ອມ ແລະ ຍິນດີເລື່ອນການຊ້ອມຮົບປະຈຳປີຮ່ວມກັບສະຫະລັດ ອາເມຣິກາ ໃນໄລຍະທີ່ມີການແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ຈະຈັດຂຶ້ນລະຫວ່າງວັນທີ 9 ກຸມພາ ເຖິງ 25 ກຸມພາ 2018 ແລະ ຕໍ່ດ້ວຍພາຣາລິມປິກລະດູໜາວລະຫວ່າງວັນທີ 9 ມີນາ ເຖິງ 18 ມີນາ 2018 ແຕ່ທັງໝົດນັ້ນຕ້ອງຂຶ້ນຢູ່ກັບທ່າທີຂອງເກົາຫຼີເໜືອເຊັ່ນກັນ.


No comments

Powered by Blogger.