ຂພສ.ມະຫານະທີສີພັນດອນ ຜ່ານແຜນແມ່ບົດ ເລີ່ມສ້າງພາຍໃນ 2018 ສຳເລັດ 2050 - ອິດສະຫຼະ

ຂພສ.ມະຫານະທີສີພັນດອນ ຜ່ານແຜນແມ່ບົດ ເລີ່ມສ້າງພາຍໃນ 2018 ສຳເລັດ 2050



ໜັງສືພິມຈຳປາໃໝ່ລາຍງານເມື່ອວັນທີ 29 ທັນວາ 2017 ທີ່ຜ່ານມາວ່າ: ທີ່ຫ້ອງປະຊຸມພະແນກແຜນການ-ການລົງທຶນແຂວງຈຳປາສັກ ໄດ້ຈັດກອງປະຊຸມຜ່ານຮ່າງບົດວິພາກປະເມີນຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ, ແຜນແມ່ບົດພັດທະນາ, ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ກ່ຽວກັບໂຄງການພັດທະນາເຂດເສດຖະກິດພິເສດມະຫານະທີສີພັນດອນ ໂດຍການເປັນປະທານຂອງທ່ານ ປອ. ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ທ່ານ ລາຕີ ສີສຸພັນນະວົງ ປະທານບໍລິສັດ ພັດທະນາມະຫານະທີ ສີພັນດອນ, ທ່ານ ປອ. ສິດທິໄຊ ໄຊຍະວົງ ປະທານທີ່ປຶກສາໂຄງການ ພ້ອມດ້ວຍທີມງານ ຕ່າງໜ້າບໍລິສັດ ແຊດ ຄອນຊາວຕິງ ມີຫົວໜ້າພະແນກການ,ເຈົ້າເມືອງໆໂຂງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ປອ. ສິດທິໄຊ ໄຊຍະວົງ ປະທານທີ່ປຶກສາໂຄງການລາຍງານໃຫ້ຮູ້ວ່າ: ໂຄງການພັດທະນາເຂດເສດຖະກິດພິເສດມະຫານະທີສີພັນດອນ ມີເນື້ອທີ່ທັງໝົດ 9,800 ເຮັກຕາ, ມີມູນຄ່າຫຼາຍກວ່າ 9 ຕື້ໂດລາສະຫະລັດ, ໄລຍະເວລາຄືນທຶນ 33 ປີ, ສາມາດດຶງດູດນັກທ່ອງທ່ຽວໄດ້ຫຼາຍກວ່າ 15 ລ້ານຄົນ, ຈະມີລາຍຮັບຈາກການທ່ອງທ່ຽວ 1.8 ຕື້ໂດລາສະຫະລັດຕໍ່ປີ, ສາມາດສ້າງວຽກເຮັດງານທຳໄດ້ 100,000 ຄົນ ໃນນັ້ນແມ່ນຈະໄດ້ສ້າງໂຮງແຮມ 5 ດາວ ແລະ ກາຊິໂນຫຼາຍກວ່າ 35 ແຫ່ງ ຈະສ້າງລາຍຮັບຈາກການປັບຜົນ ແລະ ພາສີອາກອນໃຫ້ລັດຖະບານ 200 ລ້ານໂດລາສະຫະລັດຕໍ່ປີ.

ພ້ອມນັ້ນຍັງຈະໄດ້ສ້າງສະໜາມບິນ, ທາງດ່ວນ ແລະ ທາງລົດໄຟ, ສວນສະໜຸກ ແລະ ສວນອຸທິຍານ, ສວນສັດປ່າ-ສັດນ້ຳ, ໂຮງແຮມ ແລະ ຣີສອດ, ສູນການປະຊຸມ ແລະ ການສະແດງນາໆຊາດ, ຮ້ານອາຫານນາໆຊາດ, ກີລາທາງບົກ-ທາງນ້ຳ, ສະໜາມກັອບ, ຕະຫຼາດຊຸມຊົນ ແລະ ສູນການຄ້າສາກົນ, ຫັດຖະກຳ-ອຸດສາຫະກຳເບົາ ແລະ ອຸດສາຫະກຳການຜະລິດ ແລະ ປຸງແຕ່ງທີ່ໃຊ້ເຕັກໂນໂລຊີຂັ້ນສູງ, ການກະເສດ, ທຸລະກິດການບັນເທີງ, ອຸດສາຫະກຳຮູບເງົາ, ທຸລະກິດອະສັງຫາລິມະຊັບ ແລະ ທີ່ພັກອາໄສ, ການຄົມມະນາຄົມ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ, ໂຮງຮຽນວິຊາຊີບ ແລະ ວິທະຍາໄລ, ການບໍລິການດ້ານສຸຂະພາບ, ການແພດ ແລະ ອຸດສາຫະກຳການຜະລິດຢາປົວພະຍາດຊີວະພາບ ແລະ ຂະແໜງການບໍລິການອື່ນໆ.

ພາກສ່ວນກ່ຽວຂ້ອງໃຫ້ຮູ້ວ່າ: ພາຍຫຼັງໄດ້ເຊັນສັນຍາ MOU ກັບລັດຖະບານທາງໂຄງການແມ່ນໄດ້ດຳເນີນການສຳຫຼວດອອກແບບ ແລະ ສຶກສາຄວາມເປັນໄປໄດ້ ເຊິ່ງໃຊ້ເວລາສຳຫຼວດ 6 ເດືອນ, ປັດຈຸບັນສຳຫຼວດແລ້ວ 100% ຄາດວ່າຈະເລີ່ມລົງມືກໍ່ສ້າງແຕ່ປີ 2018 ແລະ ຈະໃຫ້ສຳເລັດທຸກຮູບແບບໃນປີ 2050. ໂຄງການນີ້ແມ່ນມີ 100 ກວ່າຄອບຄົວທີ່ໄດ້ຮັບຜົນກະທົບ ແຕ່ທາງໂຄງການກ່າວວ່າຈະໃຫ້ການຊົດເຊີຍສູງ ເພື່ອໃຫ້ປະຊາຊົນໄດ້ເພິ່ງພໍໃຈ ພ້ອມນັ້ນຕໍ່ກັບສະພາບແວດລ້ອມທາງໂຄງການແມ່ນໄດ້ນຳເອົາບໍລິສັດ ທີ່ມີຊື່ສຽງໃນແຖວໜ້າມາສຶກສາສິ່ງແວດລ້ອມ ປັດຈຸບັນນີ້ສຳຫຼວດສຳເລັດແລ້ວ 100%.

ເຊິ່ງໜັງສືພິມຈຳປາໃໝ່ບໍ່ໄດ້ລາຍງານເຖິງອາຍຸສຳປະທານ ແລະ ເຈົ້າຂອງຜູ້ສຳປະທານ ແຕ່ອີງຕາມລາຍງານຂອງສື່ຫຼາຍສຳນັກກ່ອນໜ້ານີ້ ຜູ້ສຳປະທານແມ່ນ ກຸ່ມບໍລິສັດ ກວາງຕຸ້ງ-ແມ່ນ້ຳເຫຼືອງອຸດສາຫະກຳ ຈຳກັດ ຈາກ ສປ.ຈີນ.


No comments

Powered by Blogger.