ຜູ້ນຳເກົາຫຼີເໜືອ ຂູ່ ສ.ອາເມຣິກາຕ້ອນຮັບປີໃໝ່ ແຕ່ກ່າວພ້ອມສ້າງຄວາມສາມັກຄີກັບເກົາຫຼີໃຕ້ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອ ຂູ່ ສ.ອາເມຣິກາຕ້ອນຮັບປີໃໝ່ ແຕ່ກ່າວພ້ອມສ້າງຄວາມສາມັກຄີກັບເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 1 ມັງກອນ 2018 ວ່າ: ສຳນັກຂ່າວກາງເກົາຫຼີ (KCNA) ເຜີຍແຜ່ຄຳຖະແຫຼງຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເນື່ອງໃນໂອກາດປີໃໝ່ສາກົນ, ເຊິ່ງນອກຈາກການອວຍພອນປີໃໝ່ແກ່ປະຊາຊົນຕາມທຳນຽມແລ້ວ, ທ່ານ ຄິມ ຈອງ-ອຶນ ຍັງໄດ້ກ່າວ່າ: ຂີດຄວາມສາມາດ້ານອາວຸດນິວເຄຼຍຂອງເກົາຫຼີເໜືອ ໄດ້ພັດທະນາຂຶ້ນສູ່ອີກລະດັບ ນັ້ນຄືການສາມາດໂຈມຕີເຖິງທຸກພື້ນທີ່ໃນສະຫະລັດ ອາເມຣິກາ ໝາຍຄວາມວ່າ ສະຫະລັດ ອາເມຣິກາ ບໍ່ສາມາດຈູດຊະນວນສົງຄາມກັບເກົາຫຼີເໜືອໄດ້ ພ້ອມທັງເຕືອນວ່າ ຄຳກ່າວທີ່ວ່າ: ປຸ່ມກົດລະເບີດນິວເຄຼຍຢູ່ໃນມືຂອງຕົນນັ້ນ "ເປັນຄວາມຈິງ ບໍ່ໄດ້ຂົ່ມຂູ່" ແລະ ຮຽກຮ້ອງໃຫ້ໜ່ວຍງານທີ່ກ່ຽວຂ້ອງຮີບເລັ່ງພັດທະນາໂຄງການຂີປະນາວຸດຂອງປະເທດໃຫ້ຫຼາຍກວ່ານີ້.

ເຖິງຢ່າງໃດກໍ່ຕາມທ່ານ ຄິມ ຈອງ-ອຶນ ສົ່ງສັນຍານປະນີປະນອມກັບເກົາຫຼີໃຕ້ຢ່າງເປີດເຜີຍ ແລະ ຊັດເຈນເປັນຄັ້ງທຳອິດ ດ້ວຍການກ່າວວ່າ: ການທີ່ເກົາຫຼີເໜືອເຂົ້າຮ່ວມການແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ຂອງເກົາຫຼີໃຕ້ ໃນເດືອນກຸມພາ ທີ່ຈະມາເຖິງນີ້ ຖືເປັນໂອກາດດີໃນການສະແດງຄວາມສາມັກຄີລະຫວ່າງກັນ ແລະ ເພື່ອຜົນສຳເລັດຂອງການແຂ່ງຂັນທາງກີລາ, ໂດຍເຈົ້າໜ້າທີ່ຂອງລັດຖະບານຈາກທັງສອງເກົາຫຼີກຳລັງສະແຫວງຫາໂອກາດ ເພື່ອປຶກສາຫາລືຄວາມເປັນໄປໄດ້ໃນເລື່ອງນີ້ຮ່ວມກັນຕໍ່ໄປ.


No comments

Powered by Blogger.