ລະເບີດກາງງານສົບ ຕາຍ 18 ເຈັບຈຳນວນຫຼາຍ ທີ່ອາຟະການິດສະຖານ - ອິດສະຫຼະ

ລະເບີດກາງງານສົບ ຕາຍ 18 ເຈັບຈຳນວນຫຼາຍ ທີ່ອາຟະການິດສະຖານ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 31 ທັນວາ 2017 ທີ່ຜ່ານມາວ່າ: ເຈົ້າໜ້າທີ່ແຂວງນານກາຮາ ຂອງປະເທດອາຟະການິດສະຖານ ຖະແຫຼງວ່າ: ເກີດເຫດລະເບີດໂດຍຄົນຮ້າຍໄດ້ເຊື່ອງລະເບີດໄວ້ໃນລົດຈັກ ແລ້ວຈູດຊະນວນລະເບີດໂຈມຕີງານສົບຂອງອະດີດເຈົ້າແຂວງນານກາຮາ ທີ່ເສຍຊີວິດເມື່ອບໍ່ດົນມານີ້ ແຮງລະເບີດເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ ແລະ ບາດເຈັບອີກ 13 ຄົນ.

ຍັງບໍ່ມີກຸ່ມໃດອອກມາປະກາດອ້າງຄວາມຮັບຜິດຊອບຕໍ່ການໂຈມຕີດັ່ງກ່າວ, ເຊິ່ງໃນເບື້ອງຕົ້ນເຈົ້າໜ້າທີ່ຄາດວ່າເປັນການລະເບີດຂ້າຕົວຕາຍ ແຕ່ພາຍຫຼັງໄດ້ກວດພົບວ່າ ເປັນລະເບີດທີ່ເຊື່ອງມາໃນລົດຈັກ, ຂະນະທີ່ກຸ່ມຕາລີບັນກ່າວຜ່ານ Twitter ວ່າ ບໍ່ມີສ່ວນກ່ຽວຂ້ອງໃດໆກັບເຫດການໂຈມຕີດັ່ງນີ້, ນອກຈາກນີ້ ແຂວງນານກາຮາ ຖືເປັນພື້ນທີ່ບໍ່ສະຫງົບ ເພາະມີຊາຍແດນຕິດກັບປາກິດສະຖານ ແລະ ຍັງເປັນຖານທີ່ໝັ້ນຂອງກຸ່ມຫົວຮຸນແຮງ IS ອີກດ້ວຍ.





No comments

Powered by Blogger.