ກອງທັບຈີນຕ້ອງຢູ່ໃນທ່າກຽມພ້ອມຕະຫຼອດເວລາ ປ.ສີ ກ່າວລະຫວ່າງຢ້ຽມຢາມກອງທັບ - ອິດສະຫຼະ

ກອງທັບຈີນຕ້ອງຢູ່ໃນທ່າກຽມພ້ອມຕະຫຼອດເວລາ ປ.ສີ ກ່າວລະຫວ່າງຢ້ຽມຢາມກອງທັບ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 5 ມັງກອນ 2018 ທີ່ຜ່ານມາວ່າ: ທ່ານ ສີ ຈິ້ນຜິງ ໄດ້ກ່າວໃນລະຫວ່າງການໂອ້ລົມກັບຄະນະນາຍທະຫານ ໃນການເດີນທາງໄປຢ້ຽມຢາມກອງບັນຊາການກາງກອງທັບປົດປ່ອຍປະຊາຊົນຈີນ ທີ່ມົນທົນເຫີເປີຍ ເມື່ອວັນພຸດທີ່ຜ່ານມາວ່າ: ທະຫານກອງທັບຈີນບໍ່ຄວນຢ້ານຕາຍ ຫຼື ຢ້ານວຽກໜັກ ພ້ອມກັບຮຽກຮ້ອງໃຫ້ກອງທັບເດີນໜ້າປັບປຸງຂີດຄວາມສາມາດ, ເລັ່ງວິໄຈເພື່ອເຂົ້າສູ່ຍຸກສົງຄາມເຕັກໂນໂລຊີຂັ້ນສູງ ແລະ ໃຫ້ມີການເຝິກຊ້ອມສູ້ຮົບຈິງ, ກອງທັບປົດປ່ອຍປະຊາຊົນຈີນຕ້ອງສ້າງຕັ້ງໜ່ວຍຮົບຊັ້ນນຳ ແລະ ມີພະລັງທີ່ສຸດ ທີ່ພ້ອມສະເໝີສຳລັບການເຮັດສົງຄວາມສູ້ຮົບ ແລະ ຮັບປະກັນໄຊຊະນະ ເພື່ອໃຫ້ບັນລຸພາລະກິດທີ່ໄດ້ຮັບມອບໝາຍຈາກພັກ-ລັດ ແລະ ປະຊາຊົນໃນຍຸກໃໝ່.

ໃນຖານະປະທານຄະນະກຳມາທິການທະຫານກາງແຫ່ງຊາດ ທ່ານ ສີ ຈິ້ນຜິງ ຢູ່ໃນຕຳແໜ່ງຜູ້ບັນຊາການທະຫານສູງສຸດຂອງກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງມີກຳລັງທະຫານໃນສັງກັດກວ່າ 2 ລ້ານຄົນ.

ສຳນັກຂ່າວຊິນຫົວຂອງຈີນລາຍງານເຖິງການໃຫ້ຄຳໂອ້ລົມຂອງທ່ານ ສີ ຈິ້ນຜິງ ໃນຄັ້ງນີ້ວ່າ: ຖືເປັນຄັ້ງທຳອິດທີ່ຜູ້ບັນຊາການທະຫານສູງສຸດ ຈັດຕັ້ງການປະຊຸມເພື່ອພົບປະກັບທະຫານທຸກເຫຼົ່າທັບ, ສື່ສຳນັກອື່ນໆລາຍງານວ່າ ທະຫານຫຼາຍແສນຄົນ ໃນໜ່ວຍຕ່າງໆທົ່ວປະເທດ ລວມຕົວກັນໃນຖານປະຈຳການ ເພື່ອຟັງຄຳໂອ້ລົມຂອງທ່ານ ສີ ຈິ້ນຜິງ ຜ່ານການຖ່າຍທອດສົດ.

ນັບຕັ້ງແຕ່ທ່ານ ສິ ຈິ້ນຜິງ ຂຶ້ນຜູ້ຕຳແໜ່ງຜູ້ນຳສູງສຸດຂອງຈີນໃນປີ 2012 ທ່ານ ສິ ຈິ້ນຜິງ ໄດ້ຊຸກດັນໃຫ້ຈີນມີຄວາມເຂັ້ມແຂງຢ່າງຮອບດ້ານ ລວມທັງໄດ້ຮຽກຮ້ອງໃນເດືອນຕຸລາ 2017 ທີ່ຜ່ານມາ ໃຫ້ກອງທັບປົດປ່ອຍປະຊາຊົນຈີນພັດທະນາຄວາມສາມາດຂຶ້ນສູ່ລະດັບແນວໜ້າຂອງໂລກໃຫ້ໄດ້ໃນປີ 2050.


No comments

Powered by Blogger.