ລັດເຊຍ ແລະ ຝຣັ່ງ ລວມທັງປະເທດອື່ນໆ ເຕືອນ ສ.ອາເມຣິກາ ເລື່ອງພາຍໃນຂອງອີຣານ ບໍ່ຄວນແຊກແຊງ - ອິດສະຫຼະ

ລັດເຊຍ ແລະ ຝຣັ່ງ ລວມທັງປະເທດອື່ນໆ ເຕືອນ ສ.ອາເມຣິກາ ເລື່ອງພາຍໃນຂອງອີຣານ ບໍ່ຄວນແຊກແຊງ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 5 ມັງກອນ 2017 ທີ່ຜ່ານມາວ່າ: ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຈັດກອງປະຊຸມວາລະພິເສດກ່ຽວກັບສະຖານະການການປະທ້ວງໃນອີຣານ ເມື່ອວັນສຸກທີ່ຜ່ານມາ ໂດຍທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດ ເຊິ່ງເປັນຜູ້ສະເໜີບັນຫາດັ່ງກ່າວໃຫ້ເຂົ້າສູ່ກອງປະຊຸມ, ໂດຍທ່ານ ນາງ ໄດ້ກ່າວໃນຕອນໜຶ່ງວ່າ ການໂຮມຊຸມນຸມຕໍ່ຕ້ານລັດຖະບານອີຣານ ທີ່ເກີດຂຶ້ນໃນໄລຍະກ່ອນປີໃໝ່ສາກົນນັ້ນ ຄືການສະແດງອອກເຖິງຄວາມກ້າຫານທີ່ຊົງພະລັງ ແລະ ເຕືອນວ່າສະຖານະການດັ່ງກ່າວສະທ້ອນເຖິງບັນຫາສິດທິມະນຸດໃນອີຣານ ທີ່ອາດຂະຫຍາຍວົງກວ້າງເປັນບັນຫາໃນລະດັບສາກົນ ພ້ອມທັງກ່າວຢ້ຳວ່າ ໂລກກຳລັງຈັບຕາເບິ່ງ.

ເຖິງຢ່າງໃດກໍ່ຕາມທ່ານ ວາສຊີລີ ເນເບນເຊຍ ເອກອັກຄະລັດຖະທູດລັດເຊຍປະຈຳສະຫະປະຊາຊາດກ່າວວ່າ ແນ່ນອນທຸກຝ່າຍມີຄວາມເສຍໃຈເປັນຢ່າງຍິ່ງຕໍ່ການສູນເສຍຊີວິດ ແລະ ຊັບສິນ ທີ່ເກີດຈາກສະຖານະການການໂຮມຊຸມນຸມປະທ້ວງໃນອີຣານທີ່ບໍ່ໄດ້ເປັນໄປທາງສັນຕິ ແຕ່ສະຖານະການຄວາມວຸ້ນວາຍຄືກັບທີ່ເກີດຂຶ້ນນັ້ນ ຍັງບໍ່ເຖິງຂັ້ນຮຸນແຮງທີ່ຈະເອົາມາເປັນບັນຫາລະຫວ່າງປະເທດ ໃຫ້ສະຫະປະຊາຊາດຕ້ອງສະແດງບົດບາດ ໝາຍຄວາມວ່າ ເປັນເລື່ອງພາຍໃນ ທີ່ລັດຖະບານອີຣານຄວນແກ້ໄຂກັນເອງ.

ນອກຈາກນີ້ ຜູ້ແທນສູງສຸດດ້ານການທູດຂອງລັດຖະບານລັດເຊຍໃນສະຫະປະຊາຊາດຍັງກ່າວອີກວ່າ ຫາກ "ຕັກກະ" ຂອງທ່ານ ນາງ ເຮລີ ຖືກຕ້ອງ ທີ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດຕ້ອງປະຊຸມສຸກເສີນທຸກຄັ້ງ ທີ່ເກີດສະຖານະການຄວາມບໍ່ສະຫງົບໃນປະເທດໃດກໍ່ຕາມ, ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຄົງຕ້ອງໄດ້ປຶກສາຫາລືກັນແລ້ວຫຼາຍຄັ້ງນັບບໍ່ຖ້ວນ ກ່ຽວກັບສະຖານະການສະຫຼາຍການໂຮມຊຸມນຸມຂອງປະຊາຊົນຜິວສີໃນສະຫະລັດ ອາເມຣິກາ ແລະ ການປະທ້ວງລະຫວ່າງປະຊາຊົນກັບເຈົ້າໜ້າທີ່ໃນການເຄື່ອນໄຫວ Occupy Wall Street ທີ່ເປັນການປະທ້ວງຕໍ່ຕ້ານຄວາມບໍ່ເທົ່າທຽມທາງສັງຄົມ ແລະ ເສດຖະກິດ ໃນສະຫະລັດ ອາເມຣິກາ.

ຂະນະທີ່ທ່ານ ຟຼອງຊົວ ເຄລັດເຕຼ ເອກອັກຄະລັດຖະທູດຝຣັ່ງ ປະຈຳສະຫະປະຊາຊາດກ່າວເສີມຄຳຖະແຫຼງຂອທ່ານ ເນເບນເຊຍ ວ່າປະຊາຄົມໂລກຄວນຮ່ວມກັນເພີ່ມການສັງເກດຕໍ່ຄວາມພະຍາຍາມໃດກໍ່ຕາມ ທີ່ຕ້ອງການໃຫ້ວິກິດຄັ້ງນີ້ເປັນໄປ ເພື່ອຜົນປະໂຫຍດສ່ວນບຸກຄົນ ແລະ ແນ່ນອນລັດຖະບານຝຣັ່ງມີຄວາມເປັນຫ່ວງຕໍ່ສະຖານະການໃນອີຣານ ແຕ່ກໍ່ຍັງບໍ່ເຖິງຂັ້ນທີ່ຈະຍົກຂຶ້ນມາເປັນບັນຫາລະຫວ່າງປະເທດ ເຊັ່ນດຽວກັບຜູ້ແທນຂອງຈີນ, ເອທີໂອປີ, ກູເວດ ແລະ ຊູແອດ ເຊິ່ງກ່າວໄປໃນທາງດຽວກັນວ່າ ສະຖານະການໃນອີຣານຕອນນີ້ ຍັງບໍ່ແມ່ນເວລາທີ່ສະຫະປະຊາຊາດຈະເຂົ້າໄປສະແດງບົດບາດ.

ໃນດ້ານຂອງທ່ານ ໂກລາມາລີ ຄອສຣູ ເອກອັກຄະລັດຖະທູດອີຣານປະຈຳສະຫະປະຊາຊາດ ກ່າວຕໍ່ກອງປະຊຸມວ່າ ການທີ່ສະຫະລັດ ອາເມຣິກາ ຮຽກຮ້ອງໃຫ້ມີການຈັດກອງປະຊຸມໃນຄັ້ງນີ້ ບົ່ງບອກເຖິງການໃຊ້ອຳນາດໂດຍບໍ່ຖືກຕ້ອງ ຂອງລັດຖະບານສະຫະລັດ ອາເມຣິກາ ໃນການແຊກແຊງວຽກງານພາຍໃນຂອງລັດຖະບານອີຣານ ເຊິ່ງເປັນຄວາມວຸ້ນວາຍທີ່ເກີດຂຶ້ນໂດຍການຊັກນຳຈາກພາຍນອກ ໂດຍສະຖານະການທີ່ເລີ່ມເກີດຂຶ້ນເມື່ອວັນທີ 28 ທັນວາ 2017 ທີ່ຜ່ານມາ ໄດ້ຜ່ອຍຄາຍຄວາມຮຸນແຮງລົງພໍສົມຄວນແລ້ວໃນອາທິດນີ້, ພາຍຫຼັງທີ່ກ່ອນໜ້ານີ້ ໄດ້ເກີດການປະທະຢ່າງຕໍ່ເນື່ອງລະຫວ່າງຜູ້ໂຮມຊຸມນຸມກັບເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ ຈົນມີຜູ້ເສຍຊີວິດແລ້ວ 21 ຄົນ ແລະ ຖືກຈັບອີກຫຼາຍກວ່າ 450 ຄົນ.


No comments

Powered by Blogger.