ສະພາບການນຳເຂົ້າ-ສົ່ງອອກສິນຄ້າຂອງ ສປປ.ລາວ ໃນປີ 2017 ແລະ ຄາດໝາຍປີ 2018 - ອິດສະຫຼະ

ສະພາບການນຳເຂົ້າ-ສົ່ງອອກສິນຄ້າຂອງ ສປປ.ລາວ ໃນປີ 2017 ແລະ ຄາດໝາຍປີ 2018



ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານເມື່ອວັນທີ 5 ມັງກອນ 2018 ວ່າ: ໂດຍອີງໃສ່ຂໍ້ມູນຈາກກົມພາສີ, ກະຊວງການເງິນ ແລະ ຫ້ອງການ, ກະຊວງພະລັງງານ ແລະ ບໍ່ແຮ່, ໃນ 9 ເດືອນຂອງປີ 2017 ມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງ ສປປ.ລາວ ສາມາດບັນລຸໄດ້ທັງໝົດ 6,942 ລ້ານໂດລາສະຫະລັດ, ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ ແມ່ນເພີ່ມຂຶ້ນ 10.2% ໃນນັ້ນ, ມູນຄ່າການສົ່ງອອກປະຕິບັດໄດ້ 3,615.6 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13.4%. ສິນຄ້າສົ່ງອອກທັງໝົດ ມີ 749 ລາຍການ ໃນນັ້ນ, ສົ່ງອອກຕົ້ນຕໍ່ແມ່ນໄຟຟ້າ, ແຮ່ທາດ (ທອງ, ຄຳປະສົມ), ອຸດສາຫະກຳປຸງແຕ່ງ (ໂຄງຮ່າງກ້ອງບັນທຶກພາບ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ, ນ້ຳຕານ...), ກະສິກຳ (ໝາກກ້ວຍ, ມັນຕົ້ນ, ກາເຟ, ຢາງພາລາ, ສາລີ ແລະ ເຂົ້າ).

ສປປ.ລາວ ສົ່ງອອກສິນຄ້າໄປຍັງ 74 ປະເທດ/ຂົງເຂດໃນໂລກ. ໃນນັ້ນຕະຫຼາດຕົ້ນຕໍແມ່ນ ປະເທດໄທ, ສປ.ຈີນ, ສສ.ຫວຽດນາມ, ອິນເດຍ, ຍີ່ປຸ່ນ, ເຢຍລະມັນ ແລະ ສະຫະລັດ ອາເມຣິກາ ເຊິ່ງລວມເອົາ 46.9%, 24.5%, 23.6%, 13.6%, 3.8%, 1.6% ແລະ 1.2% ຕາມລຳດັບ.

ມູນຄ່າການນຳເຂົ້າແມ່ນບັນລຸໄດ້ 3,401 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 9.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສິນຄ້ານຳເຂົ້າທັງໝົດ 4227 ລາຍການ ນຳເຂົ້າຕົ້ນຕໍ່ແມ່ນ ພາຫະນະ ແລະ ຊິ້ນສ່ວນອາໄຫຼ່, ນ້ຳມັນເຊື້ອໄຟ (ນ້ຳມັນແອັດຊັງ, ກາຊວນ ແລະ ກາດ), ເຄື່ອງໃຊ້ໄຟຟ້າ, ເຫຼັກ ແລະ ອຸປະກອນທີ່ເຮັດດ້ວຍເຫຼັກ, ອຸປະກອນກົນຈັກ.

ສປປ.ລາວ ນຳເຂົ້າສິນຄ້າຈາກ 72 ປະເທດ/ຂົງເຂດໃນໂລກ, ແຕ່ນຳເຂົ້າຫຼາຍກວ່າໝູ່ແມ່ນຈາກປະເທດໄທ, ສປ.ຈີນ ແລະ ສສ.ຫວຽດນາມ. ນອກນັ້ນຍັງນຳເຂົ້າມາຈາກຍີ່ປຸ່ນ, ເກົາຫຼີໃຕ້, ອິນໂດເນເຊຍ, ສິງກະໂປ ແລະ ເຢຍລະມັນ.


ຈາກສະຖິຕິທີ່ກ່າວມາຂ້າງເທິງ ແລະ ອີງໃສ່ຕົວເລກຂອງການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ມູນຄ່າການນຳເຂົ້າ ແລະ ສົ່ງອອກທັງໝົດຂອງປີ 2017 ຄາດວ່າຈະປະຕິບັດໄດ້ທັງໝົດປະມານ 9,345 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 10.5% ເມື່ອທຽບໃສ່ປີ 2016. ໃນນີ້, ມູນຄ່າການສົ່ງອອກຄາດວ່າຈະບັນລຸ 4,803 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13.4%, ສ່ວນມູນຄ່າການນຳເຂົ້າຄາດວ່າປະຕິບັດໄດ້ 4,542 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 7.6%.

ຄາດໝາຍສູ້ຊົນຂອງລັດຖະບານແຫ່ງ ສປປ.ລາວ ແມ່ນເຮັດໃຫ້ມູນຄ່າການນຳເຂົ້າ ແລະ ສົ່ງອອກທັງໝົດໃນປີ 2018 ບັນລຸໄດ້ 9,993 ລ້ານໂດລາສະຫະລັດ. ໃນນີ້ ການສົ່ງອອກໃຫ້ບັນລຸໄດ້ 5,015 ລ້ານໂດລາສະຫະລັດ, ສິນຄ້າທີ່ສົ່ງອອກຕົ້ນຕໍຍັງແມ່ນໄຟຟ້າ, ແຮ່ທາດ, ສິນຄ້າອຸດສາຫະກຳ ແລະ ສິນຄ້າກະສິກຳ. ສຳລັບມູນຄ່າການນຳເຂົ້າໃຫ້ປະຕິບັດໄດ້ 4,978 ລ້ານໂດລາສະຫະລັດ, ສິນຄ້າທີ່ນຳເຂົ້າຕົ້ນຕໍແມ່ນພາຫະນະ ແລະ ຊິ້ນສ່ວນອາໄຫຼ່, ນ້ຳມັນເຊື້ອໄຟ, ເຄື່ອງໃຊ້ໄຟຟ້າ, ອຸປະກອນກົນຈັກ ແລະ ອຸປະກອນເຄື່ອງກໍ່ສ້າງ. ຕະຫຼາດນຳເຂົ້າ ແລະ ສົ່ງອອກຕົ້ນຕໍ ຍັງແມ່ນບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ.ລາວ ເຊັ່ນ: ໄທ, ສສ.ຫວຽດນາມ ແລະ ຈີນ.

No comments

Powered by Blogger.