ພາກຕາເວັນອອກຂອງ ສ.ອາເມຣິກາໜາວເຢັນຢ່າງຮຸນແຮງເກືອບ -40 ອົງສາເຊ - ອິດສະຫຼະ

ພາກຕາເວັນອອກຂອງ ສ.ອາເມຣິກາໜາວເຢັນຢ່າງຮຸນແຮງເກືອບ -40 ອົງສາເຊ



ສຳນັກຂ່າວຕ່າງປະເທດລາຍງານ 7 ມັງກອນ 2018 ວ່າ: ສຳນັກງານອຸຕຸນິຍົມແຫ່ງຊາດຂອງສະຫະລັດ ອາເມຣິກາ (NWS) ອອກປະກາດເມື່ອວັນເສົາທີ່ຜ່ານມາວ່າ ບໍລິເວນພາກເໜືອຂອງປະເທດ ໂດຍສະເພາະດ້ານຕາເວັນອອກ ຈະຍັງຄົງຢູ່ພາຍໃຕ້ອິດທິພົນຂອງປະກົດການພາຍຸລະດູໜາວກຳລັງລົມຮຸນແຮງຕະຫຼອດໄລຍະອາທິດນີ້ ແລະ ພະຍາກອນວ່າ ສະຖານະການຈະມີທິດທາງຄົງຕົວຈົນເຖິງດີຂຶ້ນຕັ້ງແຕ່ວັນທີ 8 ມັງກອນ 2018 ເປັນຕົ້ນໄປ.


ໃນຂະນະທີ່ປະຊາຊົນປະມານ 100 ລ້ານຄົນໃນພາກຕາເວັນອອກຂອງປະເທດປະເຊີນກັບສະພາບອາກາດໜາວເຢັນຢ່າງຮຸນແຮງຂຶ້ນກ່ອນເກົ່ານັບຕັ້ງແຕ່ອາທິດທີ່ຜ່ານມາ ໂດຍອຸນຫະພູມໃນບາງບ່ອນທີ່ຫຼຸດລົງຕ່ຳເກືອບເຖິງ -40 ອົງສາເຊ ແລະ ຈະຍິ່ງຮູ້ສຶກໜາວກວ່ານັ້ນອີກເມື່ອມີກະແສລົມພັດຮຸນແຮງ ເຊິ່ງອຸນຫະພູມສະເລ່ຍໃນພາກເໜືອຂອງສະຫະລັດ ອາເມຣິກາຫຼຸດລົງຈາກຈຸດກ້າມແຂງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ໄລຍະຊ່ວງຄຼິສມາສທີ່ຜ່ານມາ, ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວ 19 ຄົນ, ຂະນະທີ່ທາງການເຕືອນໃຫ້ປະຊາຊົນງົດອອກນອກສະຖານທີ່ຫາກບໍ່ມີຄວາມຈຳເປັນ ແລະ ເພີ່ມການຮັກສາສຸຂະພາບ ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ ເພື່ອຫຼຸດຄວາມສ່ຽງຈາກພາວະ Hypothermia ຄືພາວະທີ່ຮ່າງກາຍມີອຸນຫະພູມຕ່ຳເກີນໄປຢ່າງກະທັນຫັນ ທີ່ອາດເຮັດໃຫ້ຜິວໜັງແຂງໄດ້ພາຍໃນ 10-30 ນາທີ.

ເຊິ່ງ NWS ວັດແທກອຸນຫະພູມຢູ່ຈອມພູວໍຊິງຕັນ ໃນລັດນິວແຮມເຊຍ ຢູ່ທີ -38 ອົງສາເຊ ເມື່ອວັນເສົາ, ແຕ່ອຸນຫະພູມຈອມພູ ບວກກັບກະແສລົມຮຸນແຮງອາດເຮັດໃຫ້ຮູ້ສຶກປະມານ -69 ອົງສາເຊ.


No comments

Powered by Blogger.