ແຈັກພັອດຫວຍ ສ.ອາເມຣິກາ ແຕກແລ້ວ ເງິນລາງວັນ 570 ລ້ານໂດລາ ມີຜູ້ຖືກພຽງຄົນດຽວ - ອິດສະຫຼະ

ແຈັກພັອດຫວຍ ສ.ອາເມຣິກາ ແຕກແລ້ວ ເງິນລາງວັນ 570 ລ້ານໂດລາ ມີຜູ້ຖືກພຽງຄົນດຽວ



ສຳນັກຂ່າວຕ່າງປະເທດລາຍງານ 7 ມັງກອນ 2017 ວ່າ: ຜົນການອອກລາງວັນຂອງຫວຍ Powerball ງວດຫຼ້າສຸດ ເມື່ອຄືນວັນເສົາທີ່ຜ່ານມາຕາມເວລາທ້ອງຖິ່ນ ປາກົດວ່າ ລາງວັນແຈັກພັອດລຽງຕາມລຳດັບໄດ້ແກ່ 12-29-30-33-61 ແລະ ໝາຍເລກນຳໂຊກຄື 26 ໂດຍພາຍຫຼັງຄະນະກຳມະການອອກລາງວັນຂອງສະມາຄົມຫວຍແຫ່ງຊາດສະຫະລັດ ອາເມຣິກາ ກວດສອບຢ່າງລະອຽດພົບວ່າ ມີຜູ້ຖືກລາງວັນພຽງຄົນດຽວເທົ່ານັ້ນ ເປັນບຸກຄົນທີ່ຊື່ຫວຍຈາກຮ້ານຄ້າແຫ່ງໜຶ່ງ ໃນລັດນິວແຮມເຊຍ ທາງພາກຕາເວັນອອກສຽງເໜືອຂອງປະເທດ.

ຜູ້ໂຊກດີຄົນດັ່ງກ່າວຈະຮັບເງິນລາງວັນພຽງຄົນດຽວ ເຊິ່ງມີຍອດສະສົມສູງເຖິງ 570 ລ້ານໂດລາສະຫະລັດ ຫຼາຍທີ່ສຸດເປັນອັບດັບ 7 ໃນປະຫວັດສາດຂອງອາເມຣິກາ ໂດຍສາມາດເລືອກໄດ້ວ່າຈະຮັບເງິນລາງວັນທັງໝົດບາດດຽວ ຫຼື ແບ່ງຮັບເປັນງວດທັງໝົດ 30 ງວດ, ປັດຈຸບັນຫວຍ Powerball ມີຂາຍໃນ 44 ລັດຂອງສະຫະລັດ ອາເມຣິກາ ໃນລາຄາໃບລະ 2 ໂດລາສະຫະລັດ ແລະ ມີໂອກາດໃນການຖືກລາງວັນແຈັກພັອດພຽງ 1 ໃນ 292.2 ລ້ານເທົ່ານັ້ນ.

ເຊິ່ງການອອກລາງວັນແຈັກພັອດຂອງ Powerball ແລະ ມີຜູ້ໂຊກດີຖືກລາງວັນພຽງ 1 ຄົນນີ້ ເກີດຂຶ້ນພຽງວັນດຽວຫຼັງຈາກການອອກລາງວັນແຈັກພັອດ Mage Millions ທີ່ມີຍອດເງິນລາງວັນສະສົມສູງເຖິງ 450 ລ້ານໂດລາສະຫະລັດ ຫຼາຍທີ່ສຸດເປັນອັບດັບ 10 ເມື່ອຄືນວັນສຸກທີ່ຜ່ານມາ ແລະ ປາກົດວ່າມີຜູ້ຖືກລາງວັນຄົນດຽວເທົ່ານັ້ນເຊັ່ນກັນ ເປັນຜູ້ໂຊກດີທີ່ຊື່ຫວຍໃນລັດຟໍຣິດາ ມີເວລາສູງສຸດ 180 ວັນນັບຈາກມື້ປະກາດຜົນ ໃນການສະແດງຕົວຕົນເພື່ອຮັບວາງວັນ ແຕ່ຫາກຕ້ອງການຮັບເງິນທັງໝົດໃນຄັ້ງດຽວ ຫຼັງຈາກຫັກພາສີແລ້ວຈະເຫຼືອ 281.2 ລ້ານໂດລາສະຫະລັດ ຜູ້ໂຊກດີຕ້ອງສະແດງຕົວຕົນພາຍໃນ 60 ວັນ.

No comments

Powered by Blogger.