ໄຟໄໝ້ເຮືອບັນທຸກແກັດອີຣານ ທີ່ຕຳກັບເຮືອບັນທຸກສິນຄ້າຈີນ ສູນຫາຍ 32 ຄົນ (ວິດີໂອ) - ອິດສະຫຼະ

ໄຟໄໝ້ເຮືອບັນທຸກແກັດອີຣານ ທີ່ຕຳກັບເຮືອບັນທຸກສິນຄ້າຈີນ ສູນຫາຍ 32 ຄົນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 7 ມັງກອນ 2018 ວ່າ: ກະຊວງຄົມມະນາຄົມຂອງຈີນຖະແຫຼງວ່າ ເຮືອບັນທຸກນ້ຳມັນຊື່ ຊານຈີ (Sanchi) ຈົດທະບຽນໃນປະເທດປານາມາ ບັນທຸກແກັດທຳມະຊາດແຫຼວ 136,000 ໂຕນ ເດີນທາງມາຈາກປະເທດອີຣານ ເພື່ອຈະໄປຍັງປະເທດເກົາຫຼີໃຕ້ ເກີດໄຟລຸກໄໝ້ຢ່າງຮຸນແຮງ ແລະ ເກີດຄວັນດຳຕຶບໜາລອຍຂຶ້ນສູ່ທ້ອງຟ້າ ພາຍຫຼັງທີ່ຕຳກັບເຮືອຂົນສົ່ງສິນຄ້າຊື່ CF Crystal ຈົດທະບຽນໃນຮົງກົງ ເມື່ອຄືນວັນເສົາທີ່ຜ່ານມາ ນອກຝັ່ງທາງຕາເວັນອອກຂອງຈີນ ຫ່າງຈາກຝັ່ງເມືອງຊຽງໄຮ ປະມານ 257 ກິໂລແມັດ, ຈົນຮອດຕອນເຊົ້າວັນອາທິດ ເຮືອຍັງມີໄຟລຸກໄໝ້ຢູ່ ເຖິງແມ່ນວ່າທາງການຈີນໄດ້ສົ່ງເຮືອຕຳຫຼວດ ແລະ ເຮືອທຳຄວາມສະອາດຄາບນ້ຳມັນ 3 ລຳເຂົ້າໄປໃກ້ບ່ອນເກີດເຫດແລ້ວກໍ່ຕາມ ນອກຈາກນັ້ນກໍ່ຍັງມີເຮືອຍາມຝັ່ງຂອງເກົາຫຼີໃຕ້ ແລະ ຍົນອີກ 1 ລຳເຂົ້າມາຊ່ວຍໃນປະຕິບັດການຄົ້ນຫາຜູ້ສູນຫາຍ.


ຖະແຫຼງການລະບຸວ່າ ລູກເຮືອ 32 ຄົນຂອງເຮືອບັນທຸກນ້ຳມັນ ຮູ້ວ່າເປັນຄົນອີຣານ 30 ຄົນ ແລະ ຄົນບັງກະລາເທດ 2 ຄົນ ສູນຫາຍ, ສ່ວນລູກເຮືອຂອງເຮືອຂົນສົ່ງສິນຄ້າ 21 ຄົນເປັນຄົນຈີນທັງໝົດ ໄດ້ຮັບການຊ່ວຍເຫຼືອຢ່າງປອດໄພແລ້ວ.

ເຮືອບັນທຸກນ້ຳມັນ ຊານຈີ ຂະໜາດຄວາມຍາວ 274 ແມັດ, ດຳເນີນງານໂດຍກຸ່ມບໍລິສັດ Glory Shipping  ຂອງອີຣານ ບັນທຸກແກັດແຫຼວມາສົ່ງໃຫ້ເກົາຫຼີໃຕ້ ສ່ວນເຮືອຂົນສົ່ງສິນຄ້ານັ້ນບັນທຸກເຂົ້າ 64,000 ໂຕນມາຈາກສະຫະລັດ ອາເມຣິກາ.


No comments

Powered by Blogger.