ເກົາຫຼີເໜືອ ເປີດເຜີຍລາຍຊື່ຄະນະເຈລະຈາ ກັບເກົາຫຼີໃຕ້ 9 ມັງກອນນີ້ - ອິດສະຫຼະ

ເກົາຫຼີເໜືອ ເປີດເຜີຍລາຍຊື່ຄະນະເຈລະຈາ ກັບເກົາຫຼີໃຕ້ 9 ມັງກອນນີ້



ສຳນັກຂ່າວຕ່າງປະເທດລາຍງານ 7 ມັງກອນ 2018 ວ່າ: ກະຊວງລວມຊາດຂອງເກົາຫຼີໃຕ້ອອກຖະແຫຼງການກ່ຽວກັບການໄດ້ຮັບແຈ້ງການຈາກເກົາຫຼີເໜືອ ເປັນລາຍຊື່ຄະນະເຈົ້າໜ້າທີ່ລະດັບສູງຂອງລັດຖະບານເກົາຫຼີເໜືອ 5 ຄົນ ທີ່ຈະເດີນທາງມາທີ່ບ້ານປັນມຸນຈອມ ທີ່ຕັ້ງຢູ່ເຂດປອດທະຫານ (DNZ) ຊາຍແດນລະຫວ່າງສອງເກົາຫຼີ ໃນວັນອັງຄານທີ 9 ມັງກອນ 2018 ນີ້ ເພື່ອປຶກສາຫາລືກັບຄະນະເຈົ້າໜ້າທີ່ລະດັບສູງຂອງລັດຖະບານເກົາຫຼີໃຕ້ ກ່ຽວກັບການແຂ່ງຂັນໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ທີ່ເກົາຫຼີໃຕ້ຈະເປັນເຈົ້າພາບໃນເດືອນກຸມພາ 2018 ນີ້.


ເຊິ່ງຄະນະຂອງຝ່າຍເກົາຫຼີເໜືອຈະນຳໂດຍທ່ານ ຣີ ຊອນ-ກະວອນ ຜູ້ອຳນວຍການສຳນັກງານກິດຈະການລະຫວ່າງສອງເກົາຫຼີ ຂອງລັດຖະບານເກົາຫຼີເໜືອ ສ່ວນເຈົ້າໜ້າທີ່ອີກ 4 ຄົນ ລ້ວນແຕ່ເປັນບຸກຄົນດ້ານການກີລາຂອງເກົາຫຼີເໜືອ ໂດຍການເປີດເຜີຍລາຍຊື່ຂອງລັດຖະບານເກົາຫຼີເໜືອ ເກີດຂຶ້ນພຽງ 1 ວັນ ພາຍຫຼັງທີ່ເກົາຫຼີໃຕ້ປະກາດລາຍຊື່ຄະນະເຈລະຈາຂອງຕົນເອງກ່ອນວ່າ ຈະນຳໂດຍທ່ານ ໂຊ ມະຢອງ-ກະຢອນ ລັດຖະມົນຕີກະຊວງລວມຊາດ ເຊິ່ງເປັນຕົວກາງໃນການປະສານງານ ແລະ ຈັດຕັ້ງການເຈລະຈາລະຫວ່າງສອງເກົາຫຼີໃນຄັ້ງນີ້ ທີ່ຈະເປັນການປຶກສາຫາລືສອງຝ່າຍຢ່າງເປັນທາງການ ຄັ້ງທຳອິດນັບຕັ້ງແຕ່ການເຈລະຈາເມື່ອເດືອນທັນວາ 2015.

ການເຄື່ອນໄຫວຄັ້ງສຳຄັນດັ່ງກ່າວຂອງລັດຖະບານເກົາຫຼີເໜືອ ແລະ ເກົາຫຼີໃຕ້ ເປັນຜົນມາຈາກຄຳຖະແຫຼງໃນວັນປີໃໝ່ສາກົນຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອວ່າ: ໂອລິມປິກລະດູໜາວທີ່ເມືອງປຽງຊາງ ຂອງເກົາຫຼີໃຕ້ ຖືເປັນໂອກາດອັນດີໃນການສະແດງຄວາມສາມັກຄີ ລະຫວ່າງສອງເກົາຫຼີ ແລະ ລັດຖະບານເກົາຫຼີເໜືອ ພ້ອມເປີດກວ້າງ ເພື່ອການເຈລະຈາກັບເກົາຫຼີໃຕ້ໃນເລື່ອງນີ້ ແລະ ຫຼັງຈາກນັ້ນພຽງ 3 ວັນ ລັດຖະບານເກົາຫຼີເໜືອກໍ່ໄດ້ເປີດໂທລະສັບສາຍດ່ວນລະຫວ່າງໜ່ວຍງານຄວາມໝັ້ນຄົງຂອງທັງສອງປະເທດ ທີ່ປິດໄປຕັ້ງແຕ່ເດືອນກຸມພາ 2016 ເນື່ອງຈາກເກົາຫຼີເໜືອບໍ່ພໍໃຈທີ່ລັດຖະບານເກົາຫຼີໃຕ້ໃນສະໄໝນັ້ນ ທີ່ຢູ່ພາຍໃຕ້ການນຳພາຂອງທ່ານ ນາງ ປາກ ກຶນ-ເຮ ສັ່ງປິດນິຄົມອຸດສາຫະກຳແກຊອງ ເຊິ່ງເປັນການຮ່ວມມືທາງເສດຖະກິດພຽງແຫ່ງດຽວລະຫວ່າງສອງປະເທດ.


No comments

Powered by Blogger.