ທ່ານນາຍົກລັດຖະມົນຕີ ຈະເຂົ້າຮ່ວມກອງປະຊຸມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ກຳປູເຈຍ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ຈະເຂົ້າຮ່ວມກອງປະຊຸມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ກຳປູເຈຍ



ສຳນັກຂ່າວສານປະເທດລາວລາຍງານ: ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ, ໃນລະຫວ່າງວັນທີ 10-11 ມັງກອນ 2018 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ຈະນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2, ທີ່ນະຄອນຫຼວງພະນົມເປັນ ຂອງກຳປູເຈຍ ພາຍໃຕ້ຫົວຂໍ້ "ແມ່ນ້ຳແຫ່ງສັນຕິພາບຂອງພວກເຮົາ ແລະ ການພັດທະນາແບບຍືນຍົງ" (Our River of Peace and Sustainable Development).

ກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງນີ້ ຈະເປັນກາລະໂອກາດໃຫ້ແກ້ຜູ້ນຳປະເທດສະມາຊິກ ໄດ້ຕີລາຄາ ແລະ ທົບທວນຮ່ວມກັນຕໍ່ກັບຜົນຂອງການຈັດຕັ້ງປະຕິບັດວຽກງານຕ່າງໆ ຕາມຖະແຫຼງການຊັນຢາ ທີ່ໄດ້ຮັບຮອງເອົາໃນກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 1 (ທີ່ໄດ້ຈັດຂຶ້ນໃນວັນທີ 23 ມີນາ 2016 ທີ່ເມືອງຊັນຢາ, ແຂວງໄຫໜານ, ສປ.ຈີນ) ທີ່ຜ່ານມາ, ພ້ອມທັງຮ່ວມກັນທົບທວນຄືນຄວາມຄືບໜ້າ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດ ບັນດາແຜນວຽກ ແລະ ໂຄງການຕ່າງໆ ພາຍໃຕ້ຂອບການຮ່ວມມືດັ່ງກ່າວ ໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລືກ່ຽວກັບການວາງທິດທາງ ການຮ່ວມມືໃນຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໃນຕໍ່ໜ້າ.

ພິເສດຂອງກອງປະຊຸມໃນຄັ້ງນີ້, ຈະມີພິທີມອບ-ຮັບ ຕຳແໜ່ງປະທານຮ່ວມກັບ ສປ.ຈີນ ສຳລັບຂອບການຮ່ວມມືຂອງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ລະຫວ່າງ ສປປ.ລາວ ແລະ ກຳປູເຈຍ, ເຊິ່ງ ສປປ.ລາວ ຈະໄດ້ຮັບກຽດເປັນປະທານຮ່ວມກັບ ສປ.ຈີນ ສຳລັບສົກປີ 2018-2020 ໂດຍອີງຕາມຮອບວຽນຕາມ ຊື່ຕົວອັກສອນພາສາອັງກິດ.

No comments

Powered by Blogger.