ຫວຽດນາມປາບປາມ ການສໍ້ລາດບັງຫຼວງຄັ້ງໃຫຍ່ ໃນລັດວິສາຫະກິດເຊື້ອໄຟແຫ່ງຊາດ - ອິດສະຫຼະ

ຫວຽດນາມປາບປາມ ການສໍ້ລາດບັງຫຼວງຄັ້ງໃຫຍ່ ໃນລັດວິສາຫະກິດເຊື້ອໄຟແຫ່ງຊາດ


ທ່ານ ຕິງ ຊວນ ຖັນ
ສຳນັກຂ່າວຕ່າງປະເທດລາຍງານ 8 ມັງກອນ 2017 ວ່າ: ສານປະຊາຊົນໃນນະຄອນຫຼວງຮາໂນຍ ເປີດການໄຕ່ສວນນັດທຳອິດຕໍ່ຈຳເລີຍ 22 ຄົນ ໃນຄະດີສໍ້ລາດບັງຫຼວງ ໃນບໍລິສັດກໍ່ສ້າງປີໂຕຣຫວຽດນາມ (PVC) ເຊິ່ງເປັນບໍລິສັດໃນເຄືອຂອງປີໂຕຣຫວຽດນາມ ລັດວິສາຫະກິດ້ານພະລັງງານຂອງປະເທດ ໂດຍຈຳເລີຍຄົນສຳຄັນລວມມີທ່ານ ດິງ ຫຼ່າ ຖັງ ອາຍຸ 57 ປີ ອະດີດສະມາຊິກຄະນະກຳມະການກົມການເມືອງ ເຊິ່ງເປັນອະດີດປະທານຂອງ PVC ແລະ ອະດີດສະມາຊິກຄະນະບໍລິຫານງານສູນກາງພັກຂອງຫວຽດນາມ ທີ່ຖືກດຳເນີນຄະດີ ຫາກສານພິພາກສາວ່າ ມີຄວາມຜິດຈິງ ທ່ານ ຖັງ ອາດຕ້ອງໄດ້ຮັບໂທດຕັດອິດສະຫຼະພາບສູງສຸດເຖິງ 20 ປີ ຖານໃຊ້ອຳນາດໃນທາງບໍ່ຖືກຕ້ອງ ແລະ ຍັກຍອກເງິນ ສ້າງຄວາມເສຍຫາຍໃຫ້ແກ່ລັດ 5.5 ລ້ານໂດລາສະຫະລັດ.

ທ່ານ ດິງ ຫຼ່າ ຖັງ
ຂະນະທີ່ຈຳເລີຍອີກຄົນຄືທ່ານ ຕິງ ຊວນ ຖັນ ອາຍຸ 51 ປີ ອະດີດຜູ້ບໍລິຫານລະດັບສູງອີກຄົນໜຶ່ງຂອງ PVC ຖືກດຳເນີນຄະດີໃນຂໍ້ຫາຍັກຍອກເງິນ 186,000 ໂດລາສະຫະລັດ ຈາກໂຮງງານເທີໂມອີເລັກທຼິກແຫ່ງໜຶ່ງຂອງ PVC, ເຊິ່ງການຍັກຍອກເງິນຈາກໜ່ວຍງານລັດ ຖືເປັນຄວາມຜິດຮ້າຍແຮງຕາມກົດໝາຍຂອງຫວຽດນາມ ແລະ ຜູ້ກະທຳຄວາມຄິດອາດໄດ້ຮັບໂທດປະຫານຊີວິດ ໂດຍອະດີດປະທານປີໂຕຣຫວຽດນາມອີກຄົນໜຶ່ງໄດ້ຮັບໂທດປະທານຊີວິດໄປແລ້ວ ໃນການພິພາກສາຄັ້ງສຳຄັນເມື່ອເດືອນ ກັນຍາ 2017 ທີ່ຜ່ານມາ ດ້ານຈຳເລີຍທີ່ເຫຼືອອີກ 20 ຄົນ ລ້ວນແຕ່ເປັນເຈົ້າໜ້າທີ່ຂອງ PVC ແລະ ນັກການເມືອງລະດັບສູງ.

ປັດຈຸບັນພັກຄອມມູນິດຫວຽດນາມ ພາຍໃຕ້ການນຳພາຂອງທ່ານ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ ແລະ ລັດຖະບານຫວຽດນາມພາຍໃຕ້ການນຳພາຂອງທ່ານ ເຈິນ ດາຍ ກວາງ ປະທານປະເທດ ແລະ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ໄດ້ໃຊ້ມາດຕະການຂັ້ນເດັດຂາດກວາດລ້າງເຄືອຂ່າຍການສໍ້ລາດບັງຫຼວງ ໃນປີໂຕຣຫວຽດນາມ ແລະ ພາກການເງິນ-ການທະນາຄານຂອງຫວຽດນາມຢ່າງໜັກ ນັບຕັ້ງແຕ່ເຂົ້າມາບໍລິຫານປະເທດເມື່ອຕົ້ນປີ 2016.



No comments

Powered by Blogger.