ກອງກຳລັງປົດປ່ອຍໂຣຮິງຢາ ປະກາດວ່າ: ຈະເດີນໜ້າຕໍ່ສູ້ກັບລັດຖະບານມຽນມາ - ອິດສະຫຼະ

ກອງກຳລັງປົດປ່ອຍໂຣຮິງຢາ ປະກາດວ່າ: ຈະເດີນໜ້າຕໍ່ສູ້ກັບລັດຖະບານມຽນມາ



ສຳນັກຂ່າວຕ່າງປະເທດລາຍງານ 8 ມັງກອນ 2018 ວ່າ: ກອງກຳລັງປົດປ່ອຍໂຣຮິງຢາແຫ່ງອາຣະກັນ ຫຼື ARSA ອອກຖະແຫຼງການຜ່ານທາງ Twitter ເມື່ອວັນທີ 7 ມັງກອນ ທີ່ຜ່ານມາ ໂດຍຍອມຮັບວ່າເປັນຜູ້ກໍ່ເຫດໂຈມຕີລົດບັນທຸກຂອງທະຫານມຽນມາ ເມື່ອອາທິດທີ່ຜ່ານມາ ແລະ ຈະຍັງຄົງຢືນຢັນວ່າ ຈະຕໍ່ສູ້ກັບລັດຖະບານມຽນມາຕໍ່ໄປ.

ທ້າວ ອະຕາ ອຸນລາ ຜູ້ນຳຂອງ ARSA ຖະແຫຼງວ່າ "ພວກເຮົາບໍ່ມີທາງເລືອກອື່ນນອກຈາກຕ້ອງຕໍ່ສູ້ກັບ ການກໍ່ການຮ້າຍທີ່ສະໜັບສະໜູນໂດຍລັດຖະບານມຽນມາ ທີ່ມີເປົ້າໝາຍຄືການກວາດລ້າງປະຊາຊົນໂຣຮິງຢາ ພວກເຮົາຕ້ອງສູ້ເພື່ອປົກປ້ອງ, ກອບກູ້ ແລະ ປົກປັກຮັກສາຊຸມຊົນຊາວໂຣຮິງຢາ"

ຖະແຫຼງການດັ່ງກ່າວຍັງຮຽກຮ້ອງໃຫ້ຊາວໂຣຮິງຢາ ຮ່ວມກັນປຶກສາຫາລືເລື່ອງການຊ່ວຍເຫຼືອທາງມະນຸດສະທຳທີ່ຕ້ອງການ ລວມທັງບັນຫາເລື່ອງອະນາຄົດທາງການເມືອງຂອງຕົນອີກດ້ວຍ.


ເມື່ອອາທິດທີ່ຜ່ານມາ ລັດຖະບານມຽນມາລະບຸວ່າ ຜູ້ກໍ່ການຮ້າຍຫົວຮຸນແຮງຊາວເບງກາລີ ປະມານ 20 ຄົນ ໄດ້ກໍ່ເຫດຊຸ້ມໂຈມຕີລົດບັນທຸກຂອງທະຫານຄັນໜຶ່ງ ທີ່ກຳລັງນຳຜູ້ປ່ວຍໄປສົ່ງໂຮງໝໍ ໃນລັດຍະໄຂ່ ໂດຍຄົນກຸ່ມດັ່ງກ່າວມີລະເບີດທີ່ເຮັດຂຶ້ນມາເອງ ລວມທັງອາວຸດຄົບຊຸດ ເຮັດໃຫ້ມີຜູ້ບາດເຈັບໃນເຫດດັ່ງກ່າວ 3 ຄົນ, ລັດຖະບານມຽນມາຍັງກ່າວວ່າ ກອງກຳລັງ ARSA ເປັນຜູ້ລົງມືກໍ່ເຫດຮຸນແຮງຂຶ້ນຫຼາຍຄັ້ງ ລວມທັງເຫດຂ້າຊາວຮິນດູ 28 ຄົນທີ່ບ້ານແຫ່ງໜຶ່ງໃນລັດຍະໄຂ ເມື່ອປີທີ່ຜ່ານມາ.

ໃນປີທີ່ຜ່ານມາ ກອງກຳລັງ ARSA ໄດ້ເຂົ້າໂຈມຕີດ່ານຕຳຫຼວດຫຼາຍແຫ່ງໃນລັດຍະໄຂ່ ເຊິ່ງເຮັດໃຫ້ຕຳຫຼວດ 12 ຄົນເສຍຊີວິດ ເປັນເຫດເຮັດໃຫ້ກອງທັບມຽນມາເລີ່ມປະຕິບັດການປາບປາມຕອບໂຕ້ກອງກຳລັງ ARSA ຄັ້ງໃຫຍ່ ໃນເດືອນສິງຫາ 2017 ທີ່ຜ່ານມາ ຈົນເຮັດໃຫ້ຊາວໂຣຮິງຢາຫຼາຍກວ່າ 650,000 ຄົນ ຕ້ອງອົບພະຍົບອອກໜີການສູ້ຮົບຈາກລັດຍະໄຂ່ ຂ້າມຊາຍແດນໄປຍັງປະເທດບັງກະລາເທດ.

No comments

Powered by Blogger.