ເກີດເຫດໄຟໄໝ້ໂຮງໝໍ ຢູ່ເກົາຫຼີໃຕ້ ເສຍຊີວິດຄາກອງໄຟກວ່າ 30 ຄົນ (ວິດີໂອ) - ອິດສະຫຼະ

ເກີດເຫດໄຟໄໝ້ໂຮງໝໍ ຢູ່ເກົາຫຼີໃຕ້ ເສຍຊີວິດຄາກອງໄຟກວ່າ 30 ຄົນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 26 ມັງກອນ 2018 ວ່າ: ສຳນັກງານດັບເພີງເມືອງມີຣືຢັງ ໃນແຂວງກະຢອງຊຳນຳ ຂອງເກົາຫຼີໃຕ້ລາຍງານການເກີດເຫດໄຟໄໝ້ຢູ່ໂຮງໝໍເຊຈອງ ເມື່ອເວລາ 07:30 ນາທີ ຕາມເວລາທ້ອງຖິ່ນ ໂດຍຈຸດເກີດໄຟເກີດຂຶ້ນບໍລິເວນພະແນກສຸກເສີນ ຢູ່ຊັ້ນ 1 ຂອງໂຮງໝໍ ທີ່ເປັນຕຶກ 5 ຊັ້ນ ແລະ ເຈົ້າໜ້າທີ່ໃຊ້ເວລາປະມານ 1 ຊົ່ວໂມງ ກັບ 40 ນາທີ ຈຶ່ງສາມາດຄວບຄຸມສະຖານະການໄວ້ໄດ້.


ເບື້ອງຕົ້ນໜ່ວຍກູ້ໄພພົບຜູ້ເສຍຊີວິດແລ້ວ 33 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຫຼາຍກວ່າ 50 ຄົນ ໂດຍຢ່າງໜ້ອຍ 10 ຄົນມີອາກາດສາຫັດ, ຂະນະດຽວກັນເຈົ້າໜ້າທີ່ໄດ້ລຳລຽງຜູ້ປ່ວຍໜັກ 52 ຄົນກະຈາຍໄປຝາກເຂົ້າປິ່ນປົວຢູ່ໂຮງໝໍອີກ 4 ແຫ່ງທີ່ຕັ້ງຢູ່ໃກ້ຄຽງ ນອກຈາກນີ້, ຍັງມີການອົບພະຍົບແພດໝໍ ແລະ ປະຊາຊົນທີ່ມາໃຊ້ບໍລິການປະມານ 100 ຄົນອອກຈາກສະຖານທີ່ໄດ້ຢ່າງປອດໄພ.


ເຊິ່ງເຈົ້າໜ້າທີ່ຍັງບໍ່ໄດ້ຕັ້ງສົມມຸດຕິຖານຂອງການເກີດໄຟໄໝ້ຄັ້ງນີ້, ໃນດ້ານຂອງທຳນຽບປະທານປະເທດເກົາຫຼີໃຕ້ລາຍງານວ່າ ທ່ານ ມູນ ແຈ-ອິນ ປະທານປະເທດຮັບຊາບເຖິງສະຖານະການດັ່ງກ່າວແລ້ວ ແລະ ໄດ້ຮຽກປະຊຸມໜ່ວຍງານທີ່ກ່ຽວຂ້ອງສຸກເສີນ ຄາດວ່າຈະເປັນການປຶກສາຫາລືກ່ຽວກັບມາດຕະຖານຄວາມປອດໄພໃນການປ້ອງກັນ ແລະ ການລະງັບເຫດອັກຄີໄພ ເນື່ອງຈາກເຫດໄຟໄໝ້ໂຮງໝໍໃນຄັ້ງນີ້ ເກີດຂຶ້ນພຽງ 1 ເດືອນ ພາຍຫຼັງທີ່ເກີດເຫດໄຟໄໝ້ຕຶກ 8 ຊັ້ນ ໃນແຂວງຊຸງຊອງບຸກ ເມື່ອວັນທີ 21 ທັນວາ 2017 ເປັນເຫດໃຫ້ມີຜູ້ເສຍຊີວິດ 29 ຄົນ ສ່ວນໃຫຍ່ພົບໃນຫ້ອງອາບອົບນວດຂອງສູນຟິດເນັດທີ່ຕັ້ງຢູ່ໃນຕຶກດັ່ງກ່າວ.





No comments

Powered by Blogger.