ກາຕາເຈລະຈາຂໍຊື່ S-400 ຈາກລັດເຊຍ ທ່າມກາງຄວາມເຄັ່ງຕຶງທາງການເມືອງໃນພູມມິພາກ - ອິດສະຫຼະ

ກາຕາເຈລະຈາຂໍຊື່ S-400 ຈາກລັດເຊຍ ທ່າມກາງຄວາມເຄັ່ງຕຶງທາງການເມືອງໃນພູມມິພາກ



ສຳນັກຂ່າວຕ່າງປະເທດລາຍງານ 26 ມັງກອນ 2018 ວ່າ: ທ່ານ ຟາຮັດ ບິນ ໂມຮຳເໝັດ ອັນ-ອັດຕິຢາ ເອກອັກຄະລັດຖະທູດກາຕາປະຈຳລັດເຊຍ ເປີດເຜີຍຕໍ່ສຳນັກຂ່າວ TASS ຂອງທາງການລັດເຊຍ ທີ່ນະຄອນຫຼວງມົດສະກູ ເມື່ອວັນພະຫັດທີ່ຜ່ານມາວ່າ: ການເຈລະຈາຂໍ້ຕົກລົງໃນການຊື້ລະບົບຂີປະນາວຸດປ້ອງກັນໄພທາງອາກາດ S-400 ຈາກລັດເຊຍກຳລັງຄືບໜ້າ ໂດຍນອກເໜືອຈາກ S-400 ແລ້ວ ກາຕາຍັງຕ້ອງການຊື້ເຕັກໂນໂລຊີສຳລັບກອງກຳລັງພາກພື້ນດິນອີກດ້ວຍ.

ການປະກາດຂອງກາຕາເກີດຂຶ້ນພາຍຫຼັງການເດີນທາງຢ້ຽມຢາມນະຄອນຫຼວງມົດສະກູຄັ້ງປະຫວັດສາດ ຂອງເຈົ້າມະຫາຊີວິດຊັດມານແຫ່ງອາຣັບບີ ຊາອູດິດ ເມື່ອປີທີ່ຜ່ານມາ ເຊິ່ງທາງການອາຣັບບີ ຊາອູດິດກໍ່ໄດ້ລົງນາມໃນຂໍ້ຕົກລົງເບື້ອງຕົ້ນ ເພື່ອຊື້ລະບົບປ້ອງກັນໄພທາງອາກາດ S-400 ແລະ ລະບົບຂີປະນາວຸດນຳວິຖີຕໍ່ຕ້ານລົດຕັງອີກດ້ວຍ.

4 ປະເທດພັນທະມິດອາຣັບ ທີ່ປະກອບດ້ວຍ: ອາຣັບບີ ຊາອູດິດ, ສະຫະນະຄອນ ເອເມຣັດ ອາຣັບ, ບາເຣນ ແລະ ເອຢິບ ໄດ້ປະກາດຕັດຂາດຄວາມສຳພັນກັບກາຕາ ເມື່ອເດືອນມິຖຸນາ 2017 ທີ່ຜ່ານມາ ໂດຍກ່າວຫາວ່າກາຕາໃຫ້ການສະໜັບສະໜູນກຸ່ມກໍ່ການຮ້າຍ ແລະ ມີຄວາມໃກ້ຊິດກັບອີຣານ ທີ່ເປັນປໍລະປັກຕະຫຼອດການຂອງອາຣັບບີ ຊາອູດິດ ຫຼາຍເກີນໄປ.

ເຖິງແນວໃດກໍ່ຕາມກາຕາແມ່ນໄດ້ປະຕິເສດກໍ່ກ່າວຫາດັ່ງກ່າວ ແລະ ໄດ້ຫັນທິດໄປຮັດແໜ້ນທາງການທູດ ແລະ ການຄ້າກັບປະເທດອື່ນໆ ເພື່ອພະຍາຍາມຕໍ່ຕ້ານການຖືກປ່ອຍໃຫ້ໂດດດ່ຽວໃນພູມມິພາກ.

ໃນເດືອນທີ່ຜ່ານມາ ລັດເຊຍກໍ່ປະກາດວ່າໄດ້ຂໍ້ສະຫຼຸບການເຈລະຈາ ເພື່ອຂາຍ S-400 ໃຫ້ຕວັກກີ ເຊິ່ງກໍ່ໄດ້ເຮັດໃຫ້ບັນຫາປະເທດຮຸ້ນສ່ວນໃນອົງການ NATO ທີ່ຕວັກກີເປັນສະມາຊິກຕ່າງກໍ່ສະແດງຄວາມເປັນຫ່ວງ.



No comments

Powered by Blogger.