ອາຊຽນ-ອິນເດຍ ຈະຮ່ວມມືຮັກສາຄວາມໝັ້ນຄົງທາງທະເລ ແລະ ເພີ່ມທະວີດ້ານການຄ້າ - ອິດສະຫຼະ

ອາຊຽນ-ອິນເດຍ ຈະຮ່ວມມືຮັກສາຄວາມໝັ້ນຄົງທາງທະເລ ແລະ ເພີ່ມທະວີດ້ານການຄ້າ



ສຳນັກຂ່າວຕ່າງປະເທດລາຍງານ 26 ມັງກອນ 2018 ວ່າ: ກະຊວງການຕ່າງປະເທດອິນເດຍອອກຖະແຫຼງການເມື່ອວັນພະຫັດທີ່ຜ່ານມາ ກ່ຽວກັບຜົນການປະຊຸມສຸດຍອດອາຊຽນ-ອິນເດຍ ສະໄໝພິເສດ ເນື່ອງໃນວາລະຄົບຮອບ 25 ປີ ຂອງການສະຖາປະນາສາຍພົວພັນທາງການທູດລະຫວ່າງອາຊຽນ ກັບ ອິນເດຍ ວ່າທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີຂອງອິນເດຍ ແລະ ຜູ້ນຳ 10 ປະເທດສະມາຊິກອາຊຽນ ເຫັນດີຮ່ວມກັນໃນຫຼັກການວ່າດ້ວຍການຂະຫຍາຍກອບການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ທັງທີ່ເປັນໄປຕາມແບບແຜນ ແລະ ບໍ່ເປັນໄປຕາມແບບແຜນ ແຕ່ບໍ່ໄດ້ລົງເລິກລາຍລະອຽດ.


ຂະນະດຽວກັນທ່ານ ນະເຣນທຣາ ໂມດີ ຍັງສະເໜີແນວຄິດການສ້າງຕັ້ງກອງທັບເຮືອເພດຍິງອິນເດຍ-ອາຊຽນ ເພື່ອປະຕິບັດພາລະກິດລ່ອງເຮືອຮອບໂລກຮ່ວມກັນ ດັ່ງກອງທັບເຮືອເພດຍິງອິນເດຍ ທີ່ໄດ້ເລີ່ມປະຕິບັດພາລະກິດັ່ງກ່າວເມື່ອເດືອນກັນຍາ ປີທີ່ຜ່ານມາ. ນອກຈາກນີ້, ທ່ານນາຍົກລັດຖະມົນຕີຂອງອິນເດຍຍັງປະກາດຍົກລະດັບການຮ່ວມມືທາງການຄ້າ ແລະ ການລົງທຶນລະຫວ່າງອິນເດຍກັບອາຊຽນ ຕາມກອບນະໂຍບາຍ "ປະຕິບັດການຕາເວັນອອກ" ປັດຈຸບັນມູນຄ່າການຄ້າລະຫວ່າງອິນເດຍກັບອາຊຽນ ແມ່ນຍັງໜ້ອຍກວ່າມູນຄ່າການຄ້າລະຫວ່າງຈີນກັບອາຊຽນເຖິງ 6 ເທົ່າ ຈາກຕົວເລກເມື່ອປີ 2017.



No comments

Powered by Blogger.