ເກົາຫຼີເໜືອກ່າວ ພ້ອມທຳລາຍລ້າງທຸກອຸປະສັກ ທີ່ຂັດຂວາງການສ້າງຄວາມປອງດອງຂອງສອງເກົາຫຼີ - ອິດສະຫຼະ

ເກົາຫຼີເໜືອກ່າວ ພ້ອມທຳລາຍລ້າງທຸກອຸປະສັກ ທີ່ຂັດຂວາງການສ້າງຄວາມປອງດອງຂອງສອງເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 25 ມັງກອນ 2018 ໂດຍອ້າງອີງຈາກລາຍງານຂອງສຳນັກຂ່າວກາງເກົາຫຼີ (KCNA) ກະບອກສຽງຂອງລັດຖະບານເກົາຫຼີເໜືອ ທີ່ໄດ້ເຜີຍແຜ່ຖະແຫຼງການເຖິງຊາວເກົາຫຼີທັງມວນ ບໍ່ວ່າຈະອາໄສຢູ່ໃນດິນແດນບ້ານເກີດ ຫຼື ໃນຕ່າງປະເທດ ໃຫ້ຮ່ວມກັນຜ່ານຜ່າອຸປະສັກເພື່ອນຳໄປສູ່ຄວາມເປັນເອກະພາບ ໂດຍບໍ່ຈຳເປັນຕ້ອງເພິ່ງພາການຊ່ວຍເຫຼືອຈາກປະເທດອື່ນ ແລະ ໄດ້ສະເໜີວ່າຊາວເກົາຫຼີ ຄວນເພີ່ມການຮ່ວມມືໃນການສົ່ງເສີມການຕິດຕໍ່, ການເດີນທາງ ແລະ ກິດຈະກຳອື່ນໆທີ່ກ່ຽວຂ້ອງລະຫວ່າງເໜືອ ແລະ ໃຕ້, ພ້ອມທັງມີການລະບຸອີກວ່າລັດຖະບານເກົາຫຼີເໜືອ ພ້ອມທຳລາຍລ້າງທຸກຄວາມທ້າທາຍໃດໆກໍ່ຕາມທີ່ຈະເປັນອຸປະສັກຕໍ່ການສ້າງຄວາມສາມັກຄີ ແລະ ຄວາມປອງດອງຂອງສອງເກົາຫຼີ.

ນອກຈາກນີ້, ຖະແຫຼງການດັ່ງກ່າວຂອງ KCNA ຍັງກ່າວເຖິງການຊ້ອມຮົບລະຫວ່າງເກົາຫຼີໃຕ້ ກັບກອງກຳລັງພາຍນອກວ່າ ມີແຕ່ຈະຍິ່ງເປັນການທຳລາຍສາຍພົວພັນລະຫວ່າງເກົາຫຼີເໜືອ ກັບ ເກົາຫຼີໃຕ້ເທົ່ານັ້ນ ແລະ ຍັງເປັນອຸປະສັກຂັ້ນພື້ນຖານ ຕໍ່ຄວາມພະຍາຍາມໃນການຟື້ນຟູສາຍພົວພັນຂອງສອງປະເທດ ເຊິ່ງລາຍງານຂອງ KCNA ລະບຸວ່າຖະແຫຼງການສະບັບນີ້ເປັນຜົນມາຈາກການປະຊຸມຮ່ວມລະຫວ່າງລັດຖະບານເກົາຫຼີເໜືອ ກັບພັກການເມືອງໃນປະເທດ ແຕ່ບໍ່ໄດ້ມີການລະບຸວ່າເພາະເຫດໃດຈຶ່ງມີການປະຊຸມເກີດຂຶ້ນ.


No comments

Powered by Blogger.