ສ.ອາເມຣິກາ ຈະສົ່ງເຮືອບັນທຸກຍົນຮົບ ມາທຽບທ່າດານັງ ຂອງຫວຽດນາມ - ອິດສະຫຼະ

ສ.ອາເມຣິກາ ຈະສົ່ງເຮືອບັນທຸກຍົນຮົບ ມາທຽບທ່າດານັງ ຂອງຫວຽດນາມ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 25 ມັງກອນ 2018 ວ່າ: ທ່ານ ເຈບ ເດວິສ ໂຄສົກກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ກ່າວວ່າ: ທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ໄດ້ພົບປະ ເພື່ອປຶກສາຫາລືກັບທ່ານ ພົນເອກ ໂງ ຊວນ ລິດ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ນະຄອນຫຼວງຮ່າໂນຍ ເມື່ອວັນພະຫັດທີ່ຜ່ານມາ ກ່ຽວກັບແຜນການນຳເຮືອບັນທຸກຍົນຮົບຂອງກອງທັບສະຫະລັດ ອາເມຣິກາ ເດີນທາງມາຢ້ຽມຢາມ ແລະ ທຽບທ່າດານັງໃນເດືອນມີນາ 2018 ນີ້, ໂດຍຝ່າຍຫວຽດນາມກຳລັງລໍຖ້າຂັ້ນຕອນການອະນຸມັດຂັ້ນສຸດທ້າຍຈາກລັດຖະບານ ເຊິ່ງສະຫະລັດ ອາເມຣິກາຄາດວ່າລັດຖະບານຫວຽດນາມຈະອະນຸມັດໃຫ້.


ສ່ວນຖະແຫຼງການຂອງກະຊວງປ້ອງກັນປະເທດຫວຽດນາມກ່າວວ່າ ກະຊວງປ້ອງກັນປະເທດຂອງທັງ 2 ໄດ້ຍື່ນຂໍ້ສະເໜີກ່ຽວກັບການເຂົ້າທຽບທ່າຂອງເຮືອບັນທຸກຍົນຮົບຂອງກອງທັບສະຫະລັດ ອາເມຣິກາ ໄປຍັງຜູ້ນຳຂອງແຕ່ລະຝ່າຍ ເຊິ່ງແນວຄິດດັ່ງກ່າວໄດ້ຖືກຍົກຂຶ້ນມາເມື່ອຄັ້ງທີ່ທ່ານ ພົນເອກ ໂງ ຊວນ ລິດ ພົບປະກັບທ່ານ ພົນເອກ ເຈມ ແມັດທິສ ທີ່ລັດເວີຈິເນຍ ສະຫະລັດ ອາເມຣິກາ ໃນລະດູຮ້ອນທີ່ຜ່ານມາ ແລະ ການຢ້ຽມຢາມຫວຽດນາມໃນເທື່ອນີ້ຖືເປັນຄັ້ງທຳອິດຂອງທ່ານ ພົນເອກ ເຈມ ແມັດທິສ.




No comments

Powered by Blogger.