ນະຄອນຫຼວງໂຕກຽວຂອງຍີ່ປຸ່ນ ໜາວສຸດໃນຮອບຫຼາຍສິບປີ - ອິດສະຫຼະ

ນະຄອນຫຼວງໂຕກຽວຂອງຍີ່ປຸ່ນ ໜາວສຸດໃນຮອບຫຼາຍສິບປີ



ສຳນັກຂ່າວຕ່າງປະເທດລາຍງານ 25 ມັງກອນ 2018 ວ່າ: ນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ ກຳລັງປະເຊີນກັບສະພາບອາກາດໜາວເຢັນ ອຸນຫະພູມຫຼຸດລົງຕ່ຳສຸດໃນຮອບ 48 ປີ ໂດຍສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນກ່າວວ່າ ອຸນຫະພູມໃນນະຄອນຫຼວງໂຕກຽວຈະຫຼຸດລົງເຖິງ -4 ອົງສາເຊ ພ້ອມທັງໄດ້ເຕືອນວ່າ ສະພາບອາກາດໜາວເຢັນຮຸນແຮງແບບນີ້ ຈະແກ່ຍາວໄປຈົນເຖິງວັນເສົາທີ 27 ມັງກອນ 2018.


ເຊິ່ງຫິມະໄດ້ຕົກໜັກປົກຄຸມທົ່ວນະຄອນຫຼວງໂຕກຽວ ໃນແບບທີ່ເກືອບບໍ່ເຄີຍປາກົດມາກ່ອນເມື່ອວັນອັງຄານທີ່ຜ່ານມາ ໃຫ້ເຮັດປະຊາຊົນທີ່ສັນຈອນຕາມເສັ້ນທາງຫຼາຍແສນຄົນຕົກຄ້າງ ແລະ ມີຜູ້ໄດ້ຮັບບາດເຈັບຫຼາຍສິບຄົນ.

No comments

Powered by Blogger.