ພາບ: ຜູ້ຊາຍທີ່ສູງທີ່ສຸດໃນໂລກ ພົບກັບຜູ້ຍິງທີ່ໂຕນ້ອຍທີ່ສຸດໃນໂລກ ທີ່ເອຢິບ - ອິດສະຫຼະ

ພາບ: ຜູ້ຊາຍທີ່ສູງທີ່ສຸດໃນໂລກ ພົບກັບຜູ້ຍິງທີ່ໂຕນ້ອຍທີ່ສຸດໃນໂລກ ທີ່ເອຢິບ



ເມື່ອຜູ້ຊາຍທີ່ສູງທີ່ສຸດໃນໂລກ 251 ຊມ ພົບກັບຜູ້ຍິງທີ່ໂຕນ້ອຍທີ່ສຸດໃນໂລກ 62.8 ຊມ ທີ່ມະຫາປີລະມິດ ໃນເອຢິບ.

Jyoti Amge ເປັນແມ່ຍິງຊາວອິນເດຍ ເກີດເມື່ອວັນທີ 16 ທັນວາ 1993 ແລະ ເມື່ອວັນທີ 16 ທັນວາ 2011 ລາວໄດ້ຮັບການບັນທຶກສະຖິຕິຈາກ Guinness World  Records ວ່າເປັນຜູ້ຍິງທີ່ໂຕນ້ອຍທີ່ສຸດໃນໂລກ ໂດຍມີຄວາມສູງພຽງແຕ່ 62.8 ຊມ ເທົ່ານັ້ນ ແລະ ຄວາມສູງຂອງລາວຈະບໍ່ເພີ່ມຂຶ້ນອີກ ເພາະຮ່າງກາຍຂອງລາວຢູ່ໃນພາວະແຄະຖາວອນ (achondroplasia)

Sultan Kösen ເປັນຊາຍຊາວຕວັກກີ ເກີດເມື່ອວັນທີ 10 ທັນວາ 1982 ແລະ ເມື່ອວັນທີ 13 ພະຈິກ 2014 ລາວໄດ້ຮັບການບັນທຶກສະຖິຕິຈາກ Guinness World  Records ວ່າເປັນຜູ້ຊາຍທີ່ສູງທີ່ສຸດໃນໂລກທີ່ຍັງມີຊີວິດ ໂດຍມີຄວາມສູງເຖິງ 251 ຊມ.





No comments

Powered by Blogger.