ຂັນແຊັມບານໂລກ FIFA World Cup ຖືກນຳມາຈັດສະແດງຢູ່ ສປປ.ລາວ ເປັນຄັ້ງທຳອິດ - ອິດສະຫຼະ

ຂັນແຊັມບານໂລກ FIFA World Cup ຖືກນຳມາຈັດສະແດງຢູ່ ສປປ.ລາວ ເປັນຄັ້ງທຳອິດ



ອີງຕາມການລາຍງານຂອງສະຫະພັນບານເຕະແຫ່ງຊາດລາວ 28 ມັງກອນ 2018 ວ່າ: ໃນຕອນບ່າຍຂອງວັນອາທິດນີ້ ຂັນແຊັມບານເຕະໂລກ (FIFA World Cup) ໄດ້ເດີນທາງມາເຖິງ ສປປ.ລາວ ເພື່ອຈັດສະແດງ ເປັນຄັ້ງທຳອິດໃນປະຫວັດສາດ ທີ່ນຳໂດຍນັກເຕະອະດີດທີມຊາດຝຣັ່ງທ່ານ ທ່ານ ຄຣິດຕຽນ ຄາແຣມເບີ (CHRISTIAN KAREMBEU) ເປັນຜູ້ນຳຂັນດັ່ງກ່າວມາເຂົ້າສະແດງໃນ ສປປ.ລາວ ທີ່ຈັດໂດຍບໍລິສັດ Coca-Cola Laos.

ເຊິ່ງໄດ້ໃຫ້ກຽດຕ້ອນຮັບສູ່ ສປປ.ລາວ ໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະຫະພັນບານເຕະແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ສຳນັກງານນາຍົກລັດຖະມົນຕີ.


ຫຼັງຈາກນັ້ນໃນຕອນແລງ ຈະໄດ້ນຳໄປສະແດງທີ່ສູນການຄ້າວຽງຈັນເຊັນເຕີ ນັບຕັ້ງແຕ່ເວລາ 13:00 ເປັນຕົ້ນໄປ ແລະ ສຸດທ້າຍຈະໄປຈັດສະແດງທີ່ເດີ່ນບານເຈົ້າອານຸວົງ ເວລາ 14:00 ໂມງ ເປັນຕົ້ນໄປ.







No comments

Powered by Blogger.